• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳປູເຈຍ

ຕອນເຊົ້າວັນທີ 14 ມີນາ, ທີ່ປາກເຊ, ແຂວງ ຈຳປາສັກ ໄດ້ດຳເນີນກອງປະຊຸມສະຫລຸບບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳປູເຈຍ.

ທີ່ກອງປະຊຸມສະຫລຸບ (ພາບ: ຫວຽດນາມ+)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຕີ ເຈີ່ນຈ້ອງເລື້ອງ, ຮອງຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ເປັນຫົວໜ້າຄະນະ. ພ້ອມດ້ວຍບັນດາຜູ້ແທນທີ່ມາຈາກບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນລະຫວ່າງ ລາວ, ກຳປູເຈຍ ແລະ ຫວຽດນາມ ເປັນຈຳນວນຫລວງຫລາຍ.

        ທີ່ກອງປະຊຸມ, ບັນດາຝ່າຍຕີລາຄາໝາກຜົນແຫ່ງການປະຕິບັດບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກຳ ປູເຈຍ ປີ 2017 ປະກອບສ່ວນສະກັດກັ້ນ ແລະ ຫລຸດຜ່ອນການເພີ່ມທະວີຂຶ້ນຂອງກຸ່ມອາດຊະຍາກຳດັ່ງກ່າວ. ດ້ວຍໝາກຜົນຢ່າງຕັ້ງໜ້າຂອງປີ 2017, ກອງປະຊຸມໄດ້ເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດບັ້ນເຄື່ອນໄຫວຈຸດສູງກ່ຽວກັບການປາບປາມອາດຊະຍາກຄ້າຂາຍມະນຸດ ຫວຽດນາມ - ລາວ - ກ ຳປູເຈຍ.

(ແຫຼ່ງຄັດຈາກ VOV)


ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top