• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ຢູ່ພາກເຫນືອ

      ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ແຂວງ ຮ່ານາມ ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເປັນປະທານກອງປະຊຸມສະຫລຸບການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012 ຢູ່ ເຂດທົ່ງພຽງແມ່ນ້ຳຂອງ ແລະ ທິດເຫນືອພາກກາງຫວຽດນາມ. 

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວກ່າວຄຳເຫັນທີ່ກອງປະຊຸມ
      ເມື່ອສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຜ່ານການຜັນຂະຫຍາຍກົດໝາຍດັ່ງກ່າວ ໄດ້ປະກົດມີຫລາຍຮູບແບບສະຫະກອນເຄື່ອນໄຫວມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ສືບຕໍ່ຍູ້ແຮງການໂຄສະນາບັນດາເນື້ອໃນ, ທັດສະນະ ແລະຂໍ້ກຳນົດໃນກົດໝາຍເຖິງພະນັກງານ, ອຳນາດການປົກຄອງ ແລະ ປະຊາຊົນກວ່າອີກ. ເປົ້າໝາຍສຸດທ້າຍ ຕ້ອງຍົກສູງລາຍຮັບໃຫ້ຊາວກະສິກອນ ແລະ ສະມາຊິກສະຫະກອນແບບໃຫມ່, ສ້າງບັນດາຮູບແບບຮ່ວມສຳພັນລະຫວ່າງສະຫະກອນກັບ ວິສາຫະກິດທີ່ເຄື່ອນໄຫວຢ່າງມີປະສິດທິຜົນໃນພື້ນຖານເສດຖະກິດການຕະຫລາດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top