• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ຂອງ-ອາເມລິກາ ຄັ້ງທີ 1

ກອງປະຊຸມໄດ້ປະກາດການຍົກລະດັບການຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ (MUSP) ຢ່າງເປັນທາງການ ບົນພື້ນຖານຜົນສຳເລັດຂອງກົນໄກຂໍ້ລິເລີ່ມແມ່ຂອງຕອນລຸ່ມ (LMI) ເຊິ່ງໄດ້ຮັບການສ້າງຕັ້ງແຕ່ປີ 2009.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: TTXVN)

ວັນທີ 11 ກັນຍາ, ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ ຄັ້ງທີ 1 ໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ ອາເມລິກາ Stephen Biegun (ຕາງໜ້າໃຫ້ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo) ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ເລຂາທິການໃຫຍ່ ອາຊຽນ.

        ກອງປະຊຸມໄດ້ປະກາດການຍົກລະດັບການຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືແມ່ຂອງ - ອາເມລິກາ (MUSP) ຢ່າງເປັນທາງການ ບົນພື້ນຖານຜົນສຳເລັດຂອງກົນໄກຂໍ້ລິເລີ່ມແມ່ຂອງຕອນລຸ່ມ (LMI) ເຊິ່ງໄດ້ຮັບການສ້າງຕັ້ງແຕ່ປີ 2009, ສ້າງພື້ນຖານໃຫ້ແກ່ການເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງການພົວພັນຄູ່ຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງພາກພື້ນໃນໄລຍະໃໝ່ຢ່າງມີປະສິດທິຜົນ. ກອງປະຊຸມ ກໍ່ເຫັນດີເປັນເອກະພາບເພີ່ມທະວີການຊ່ວຍໜູນກັນ ແລະ ສົມທົບກັບ ອາຊຽນ, ບັນດາຂອບເຂດການຮ່ວມມືແມ່ຂອງທີ່ມີຢູ່ແລ້ວໃນປະຈຸບັນ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top