• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2017 ຂອງອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ


ບັນ​ດາຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: TTXVN)
​      ຕອນ​ບ່າຍ​ວັນ​ທີ 12/01, ຢ​ູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ອົງ​ຄະ​ນະ​ພັກຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ພັກ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ທ່ານ​ນາງ​ເລ​ຂາ​​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມກອງ​ປະ​ຊຸມ.
        ກ​່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່າ​ນ​ຮອງ​ເລ​ຂາ​​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ຕີ​ລາ​ຄາ​ວ່າ, ປີ 2016 ແມ່ນ​ປີ​ມີ​ໜ້າ​ທີ່​ໜັກ​ໜ່​ວງ​ຫຼາຍ​ຢ່າງ, ແຕ່​ອົງ​ຄະ​ນະ​ພັກ​​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ນຳ​ພາ​​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງເປັນ​ຢ່າງ​ດີ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ເນັ້ນ​ໜັກ​​ວ່າ, ປີ 2017 ແມ່ນ​ປີ​ທີ 2 ໃນ​ການປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ, ແຜນ​ການ​ຂອງ​ທັງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະ​ນັ້ນ, ສະ​ເໜີ​ໃຫ້​ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ແບບ​ແຜນ​ການ​ປະ​ຕິ​ບັດ​ງານ​ຕ້ອງ​ມີ​ປະ​ຊາ​ທິ​ປະ​ໄຕ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປ່ຽນ​ໃໝ່, ຍົກ​ສ​ູງ​ສະ​ຕິ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໄດ້​ເປັນ​ຢ່າງ​ດີ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top