• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີຄັ້ງທີ 12

ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງປ້ອງກັນປະເທດອົດສະຕາລີ, ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອົດສະຕາລີ ຄັ້ງທີ 12.

 
ພົນໂທ ຫງວຽນຈິວິ້ງ ຕ້ອນຮັບທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງປ້ອງກັນປະເທດອົດສະຕາລີ

(ພາບ: qdnd.vn)

ທີ່ກອງປະຊຸມຄັ້ງນີ້, 2 ຝ່າຍຈະປຶກສາຫາລືຫຼາຍເນື້ອໃນເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ 2 ຝ່າຍລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ ກໍ່ຄືສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາກົນໄກປຶກສາຫາລື, ເຈລະຈາຢູ່ຫຼາຍຂັ້ນຄືໃນປະຈຸບັນ.

        ທີ່ການຕ້ອນຮັບ, ພົນໂທ ຫງວຽນຈິວິ້ງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ, ອົດສະຕາລີ ແມ່ນຄູ່ຮ່ວມມືສຳຄັນພິເສດໃນການໜູນຊ່ວຍສູນຝຶກຊ້ອມຮັກສາສັນຕິພາບຫວຽດນາມ ໃຫ້ກາຍເປັນຮາກຖານບຳລຸງສ້າງທີ່ມີອິດທິພົນຊື່ສຽງ, ມີກຳລັງຄວາມສາມາດໃນພາກພື້ນ.

        ສ່ວນທ່ານ Stephen Moore, ຫົວໜ້າກົມນະໂຍບາຍສາກົນ ເນັ້ນໜັກວ່າ, ຍາມໃດອົດສະຕາລີ ກໍຄືເປັນສຳຄັນ ແລະ ມານະພະຍາຍາມພ້ອມກັບຫວຽດນາມ ຊອກຫາຂົງເຂດເຊິ່ງທັງ 2 ປະເທດມີທ່າແຮງ ແລະ ຄວາມຕ້ອງການ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top