• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຖະແຫຼງຂ່າວຂອງທິມບານເຕະຫວຽດນາມ ຢູ່ King’s Cup

ທິມບານເຕະຫວຽດນາມ ຫວັງວ່າ ຈະສະແດງໃຫ້ເຫັນວ່າ ມີການພັດທະນາເປັນຄືແນວໃດ ແລະ ຈະພະຍາຍາມແຂ່ງຂັນໃຫ້ດີທີ່ສຸດ.

ຄູຝຶກ Park Hang Seo (ພາບປະກອບ: thethao247.vn)

ຕອນບ່າຍວັນທີ 4 ມິຖຸນາ, ຄູຝຶກ Park Hang Seo ແລະ ຫົວໜ້າທິມນັກກິລາບານເຕະຫວຽດນາມ ເກວ໊ງອັກຫ໋າຍ ໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ກ່ອນດໍາເນີນການແຂ່ງຂັນ King’s Cup ຢູ່ ປະເທດໄທ. ທັງຄູຝຶກ Park Hang Seo ແລະ ນັກກິລາບານເຕະ ເກວ໊ງອັກຫ໋າຍ ຕ່າງກໍຢັ້ງຢືນວ່າ ນີ້ແມ່ນການແຂ່ງຂັນເຊິ່ງທິມບານເຕະຫວຽດນາມ ມີຄວາມສົນໃຈມາແຕ່ດົນນານແລ້ວ ພ້ອມທັງ ສະແດງຄວາມຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງຍາກ.

        ເມື່ອຕີລາຄາກ່ຽວກັບຄູ່ແຂ່ງຂັນ ທິມບານເຕະໄທ, ຄູຝຶກ Park Hang Seo ໃຫ້ຮູ້ວ່າ ນີ້ແມ່ນທິມບານເຕະແຖວໜ້າຂອງ ອາຊີຕາເວັນອອກສ່ຽງໃຕ້ ແລະ ເລື່ອງຕ້ອງແຂ່ງຂັນກັບທິມບານເຕະໄທ ແມ່ນໂອກາດດີທີ່ສຸດ. ທິມບານເຕະຫວຽດນາມ ຈະເຂົ້າຮ່ວມການແຂ່ງຂັນດ້ວຍຄວາມເອກອ້າງທະນົງໃຈ ທີ່ເປັນທິມຍາດໄດ້ລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້. ພ້ອມກັນນັ້ນ, ຜ່ານການແຂ່ງຂັນຄັ້ງນີ້ ທິມບານເຕະຫວຽດນາມ ຫວັງວ່າ ຈະສະແດງໃຫ້ເຫັນວ່າ ມີການພັດທະນາເປັນຄືແນວໃດ ແລະ ຈະພະຍາຍາມແຂ່ງຂັນໃຫ້ດີທີ່ສຸດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top