• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຊາວໜຸ່ມ Start up ປະດິດຄິດສ້າງ ອາຊີ - ປາຊີຟິກ ຄັ້ງທີ 2

      ກອງປະຊຸມຊາວໜຸ່ມ Start up  ອາຊີ-ປາຊີຟິກ ຄັ້ງທີ 2 ຈະດໍາເນີນໃນລະຫວ່າງວັນທີ 4 - 5 ເມສາ

ລາຍການໄດ້ເຊື່ອມຕໍ່ລະຫວ່າງບັນດາເພື່ອນໜຸ່ມຂອງ 20 ປະເທດໃນພາກພື້ນ. (ພາບ: UNDP Vietnam)
      ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ໂດຍມີການໜູນຊ່ວຍຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໂຄງການພັດທະນາ ສປຊ (UNDP) ໄດ້ສົມທົບກັບກອງທຶນ Citi  ຈັດຕັ້ງກອງປະຊຸມຊາວໜຸ່ມ Start up  ອາຊີ-ປາຊີຟິກ ຄັ້ງທີ 2, ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 4 - 5 ເມສາ.
        ລາຍການດັ່ງກ່າວ ໄດ້ຜັນຂະຫຍາຍປະຕິບັດຢູ່ 20 ປະເທດ ແລະ ເຂດແຄ້ວນ, ດ້ວຍບັນດາການໂອ້ລົມສົນທະນາລະດັບຊາດ, ກອງປະຊຸມລະດັບພາກພື້ນ ແລະ ບັນດາໂຄງການປ່ຽນແປງໃໝ່ສັງຄົມ ເຊິ່ງໄດ້ດຶງດູດຜູ້ແທນກວ່າ 48 ພັນຄົນ ເຂົ້າຮ່ວມ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ນັກທຸລະກິດໜຸ່ມນັບພັນຄົນ, ສ້າງຕັ້ງການພົວພັນກັບກວ່າ 100 ຄູ່ຮ່ວມມື. ທ່ານນາງ Valerie Cliff, ຮອງຜູ້ອໍານວຍການຮັບຜິດຊອບພາກພື້ນ ອາຊີ-ປາຊີຟິກ ຂອງ ໂຄງການ ພັດທະນາ ສປຊ ໃຫ້ຮູ້ວ່າ:
        ນີ້ແມ່ນເຫດການເຊື່ອມຕໍ່ລະຫວ່າງບັນດາເພື່ອນໜຸ່ມຂອງ 20 ປະເທດໃນພາກພື້ນ. ພວກຂ້າພະເຈົ້າຈັດຕັ້ງບັນດາລາຍການນີ້ ເພື່ອສົ່ງເສີມການ Start up ປະດິດຄິດສ້າງ, ເໝືອນດັ່ງແຫ່ງບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາເຈົ້າຂອງວິສາຫະກິດໜຸ່ມ, ພ້ອມທັງໜູນຊ່ວຍເຂົາເຈົ້າສືບຕໍ່ໄດ້ສໍາຜັດກັບບັນດາແຫຼ່ງທຶນ. ຫວັງວ່າບັນດາລາຍການດັ່ງກ່າວ ສາມາດສ້າງແຫຼ່ງບັນດານໃຈໃຫ້ບັນດາເພື່ອນໜຸ່ມປະດິດຄິດສ້າງ ແລະ Start up.”
        ທີ່ກອງປະຊຸມ, ຊາວໜຸ່ມທີ່ມາຈາກ 20 ປະເທດ ໄດ້ແບ່ງປັນນໍາກັນກ່ຽວກັບແນວຄວາມຄິດ, ຄວາມຮູ້ ແລະ ປະສົບການໃນວິວັດການປະດິດຄິດສ້າງ ແລະ Start up ໃນບັນດາຂົງເຂດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top