• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 12 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

      ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 12 ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. 

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ກອງປະຊຸມ 
      ວາລະປຶກສາຫາລື ໄດ້ປະກອບຄຳເຫັນກ່ຽວກັບຄວາມກ້າວໜ້າ, ໝາກຜົນແຫ່ງການປະຕິບັດໂຄງການປະຕິບັດງານຂອງຄະນະຊີ້ນຳໄລຍະ 6 ເດືອນຕົ້ນປີ, ໜ້າທີ່ຈຸດສຸໄລຍະ 6 ເດືອນທ້າຍປີ 2017. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
        “ທຸກໆອົງການຕ້ອງເຂົ້າຮ່ວມ, ນັບທັງສັງຄົມກໍ່ເຫັນດີເຫັນພ້ອມ, ສະໜັບສະໜູນພວກເຮົາ, ໄລຍະຈະມາເຖິງ, ພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດກ່ວາອີກ, ມີປະສິດທິຜົນກ່ວາອີກ, ບໍ່ມີສິ່ງກີດຂວາງໃດໆ, ບໍ່ຢ້ານຄວາມກົດດັ່ນໃດໆ. ໄລຍະຜ່ານມາພວກເຮົາປະຕິບັດໄດ້ດີແລ້ວ. ປະຊາຊົນມີຄວາມເຫັນດີເຫັນພ້ອມ, ບັນດາສະມາຊິກພັກກໍ່ເຫັນດີເຫັນພ້ອມ, ສັດຕູກໍ່ບໍ່ສາມາດເສກສັນປັ້ນແຕ່ງໄດ້ ຖ້າພວກເຮົາປະຕິບັດໃຫ້ຖືກຕ້ອງ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຫວຽດ​ນາມ ຈະ​ປະ​ກາດ​ 2 ຂໍ້​ລິ​ເລີ່ມ​ກ່ຽວ​ກັບ SDGs ແລະ ສິດ​ທິ​ມະ​ນຸດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຄະນະຜູ້ແທນ ຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະ ຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.

Top