• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກຜົນແຫ່ງການເຈລະຈາດ້ານເສດຖະກິດລະຫວ່າງ ຈີນ ແລະ ຍີ່ປຸ່ນ ຄັ້ງທີ

      ວັນທີ 14 ເມສາ, ທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ເປັນປະທານການເຈລະຈາດ້ານເສດຖະກິດຂັ້ນສູງຄັ້ງທີ 5 ຢູ່ ປັກກີ່ງ.

ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ Taro Kono
ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ (ພາບ: REUTER)
      ຕາມທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລ້ວ, ການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ໄດ້ກັບຄືນສູ່ສະພາບເປັນປົກກະຕິອັນດີງາມ ແລະ ບັນລຸໄດ້ບັນດາໝາກຜົນໃໝ່ ໂດຍອີງໃສ່ບັນດາຄວາມມານະພະຍາຍາມລວມຂອງບັນດາການນຳ ແລະ ປະຊາຊົນ 2 ປະເທດ. ທ່ານ ຫວາງອີ ເນັ້ນໜັກວ່າ ຈີນ ແລະ ຍີ່ປຸ່ນ ຄວນປະຕິບັດບັນດາຄວາມມານະພະຍາຍາມລວມ ແນໃສ່ຊຸກຍູ້ຄວາມເສລີ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳເນີນທຸລະກິດຍຸຕິທຳ, ສະເໝີພາບ…
        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ຖືວ່າ: ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນພື້ນຖານສຳຄັນ ແລະ ແມ່ນກຳລັງນຳພາບັນດາການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຈີນ. ປະເຊີນໜ້າຕໍ່ສະພາບການຂາດສະຖຽນລະພາບຢ່າງຮ້າຍແຮງໃນທົ່ວໂລກ, 2 ຝ່າຍຄວນຮ່ວມມືປົກປັກຮັກສາກົນໄກການຄ້າຫລາຍຝ່າຍ ໂດຍອີງໃສ່ກົດໝາຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top