ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາ (02 ສິງຫາ 1955 – 02 ສິງຫາ 2025), ຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ເນັ້ນໜັກວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຢືນຢັນໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາແມ່ນໜ້າທີ່ມີຄວາມໝາຍສຳຄັນພິເສດ.
ໃນສະພາບການໃໝ່, ສະພາບການໂລກ ແລະ ຢູ່ພາຍໃນປະເທດ ໄດ້ວາງອອກບັນດາຄວາມຮຽກຮ້ອງໃໝ່ສຳລັບວຽກງານຊົນເຜົ່າ, ເຫຼື້ອມໃສເຊື່ອຖືກ, ສາສະໜາ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ ພ້ອມກັບທົ່ວຂະແໜງຄຸ້ມຄອງລັດກ່ຽວກັບຊົນເຜົ່າ, ເຫຼື້ອມໃສເຊື່ອຖືກ, ສາສະໜາ ສືບຕໍ່ປະຕິບັດວຽກງານເປັນເສນທິການໃຫ້ແກ່ພັກ, ລັດໃນການກວດກາຄືນ, ສ້າງລະບົບກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖື, ສາສະໜາໃຫ້ສົມບູນແບບ, ປະກອບສ່ວນສຳຄັນເຂົ້າໃນວຽກງານປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.