• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ ຫວຽດນາມ ຈາກເຫດວາງລະເບີດຢູ່ ອີຢິບ

      ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການດີທີ່ສຸດເພື່ອແນໃສ່ໜູນຊ່ວຍບັນດາຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດໃນວັນທີ 28 ທັນວາ ໄດ້ກັບເມືອປະເທດໂດຍໄວ.

ລົດເມຖືກລະເບີດທີ່ເຫດການ
      ວັນທີ 30 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ມີການເຮັດວຽກກັບຄະນະປະຕິບັດງານຂອງນະຄອນໂຮ່ຈີມິນ ໂດຍທ່ານ ບຸ່ຍຕ໊າຮ່ວາງຫວູ, ຫົວໜ້າພະແນກທ່ອງທ່ຽວນະຄອນ ເປັນຫົວໜ້າຄະນະ. ນອກຈາກນັ້ນແລ້ວ, ພາກສ່ວນຂອງຄະນະຍັງມີການນຳບໍລິສັດ ທ່ອງທ່ຽວ Saigon Tourist ຈຳກັດ.
        ທີ່ກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການດີທີ່ສຸດເພື່ອແນໃສ່ໜູນຊ່ວຍບັນດາຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບໃນເຫດວາງລະເບີດໃນວັນທີ 28 ທັນວາ ໄດ້ກັບເມືອປະເທດໂດຍໄວ. ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັບບັນດາອົງການກ່ຽວຂ້ອງປະຈຳຖິ່ນ ເພື່ອສົ່ງ 8 ຄົນທີ່ມີສຸຂະພາບແຂງແຮງໃນຄະນະກັບເມືອປະເທດກ່ອນ, ຈາກນັ້ນຈະປະຕິບັດລະບຽບການທີ່ຈຳເປັນເພື່ອສົ່ງສາກສົບຂອງຜູ້ເສຍຊີວິດ 3 ຄົນກັບເມືອປະເທດ, ສ່ວນສຳລັບ 3 ຄົນຖືກເຈັບສາຫັດຈະລໍຖ້າຄຳສະຫລຸບຂອງທ່ານໝໍ ແລະ ສົ່ງກັບເມືອປະເທດເມື່ອສຸຂະພາບດີຂຶ້ນ. ຜູ້ຕາງໜ້າຂອງ Saigon Tourist ໃຫ້ຮູ້ວ່າ: ຖ້ຽວບິນສົ່ງຄະນະປະຕິບັດງານ, ຍາດຕິພີ່ນ້ອງ ແລະ ຜູ້ປະສົບເຄາະຮ້າຍ 8 ຄົນຈາກ ອີຢິບ ຈະເລີ່ມບິນເວລາ 21 ໂມງ 15 ນາທີຂອງວັນທີ 31 ທັນວາ 2018.
 (ແຫຼ່ງຄັດຈາກ VOV)

      

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top