• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍຊາວ ຫວຽດນາມ ອາໄສ ຢູ່ ມາເລເຊຍ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 3 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຍັງລັດ ປີນາງ ມອບຂອງຂວັນຈຳນວນ 100 ພູດ ເພື່ອໜູນຊ່ວຍພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ທີ່ນີ້ ພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ມອບຂອງຂວັນຈຳນວນ 100 ພູດ ເພື່ອໜູນຊ່ວຍພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ປີນາງ, ມາເລເຊຍ (ພາບ: Vietnam+)
      ປີນາງ ກໍແມ່ນບ່ອນທີ່ເຕົ້າໂຮມແຮງງານ ຫວຽດນາມ ເປັນຈຳນວນຫຼາຍພໍສົມຄວນ ເຊິ່ງພວມເຮັດວຽກໃນຂົງເຂດຕ່ຳແຜ່ນຕັດຫຍິບ, ກໍ່ສ້າງ, ເອເລັກໂຕນິກ… ເພາະວ່າ ມາເລເຊຍ ພວມປະຕິບັດການປິດເມືອງໃນວົງກວ້າງ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພຽງແຕ່ອະນຸຍາດໃຫ້ເປີດເຄື່ອນໄຫວໃນບັນດາຂົງເຂດເສດຖະກິດການບໍລິການທີ່ຈຳເປັນ, ສະນັ້ນ, ແຮງງານ ຫວຽດນາມ ຫຼາຍຄົນຢູ່ທີ່ນີ້ພວມປະສົບກັບຄວາມຫຍຸ້ງຍາກ.
        ທ່ານ ຫວູດຶກມິງ, ເລຂາຜູ້ທີ 2 ຮັບຜິດຊອບກ່ຽວກັບວຽກງານວົງຄະນະຍາດ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້, ກຳລັງ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາຜູ້ມີນ້ຳໃຈເມດຕາປານີ, ແບ່ງເບົາຄວາມຫຍຸ້ງຍາກກັບພໍ່ແມ່ພີ່ນ້ອງ. ໃນໄລຍະຈະມາເຖິງ, ພ້ອມກັບການຊ່ວຍເຫຼືອຂອງບັນດາຜູ້ໃຈບຸນໃຈກຸສົນ, ສະຖານທູດ ຫວຽດນາມ ຈະສືບຕໍ່ລົງຢ້ຽມຢາມບັນດາເຂດຈຸດສຸມເພື່ອມອບຂອງຂວັນ ແລະ ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ອອກແຮງງານ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top