
ຮູບພາບນຳ້ຖ້ວມ ຫຼັງຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຢູ່ ແຂວງ ອັດຕະປື, ລາວ
ເມື່ອວັນທີ 24 ກໍລະກົດ. ພາບ: EPA/VNA
ນາຍົກລັດຖະມົນຕີລັດຖະບານ ຕັດສິນໜຸນຊ່ວຍກ້ອນເງິນ 200.000 ໂດລາສະຫະລັດ ໃຫ້ແກ່ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຈາກ ແຫຼ່ງ ງົບປະມານສູນກາງ ປີ 2018 ເພື່ອແກ້ໄຂ ອຸບັດເຫດເຂື່ອນໄຟຟ້າແຕກ ຢູ່ແຂວງ ອັດຕະປື ແຫ່ງ ສປປ ລາວ.
ນາຍົກລັດຖະມົນຕີລັດຖະບານ ໄດ້ຊີ້ນຳໃຫ້ ຄະນະກຳມະການຮັບມືກັບອຸບັດເຫດ, ໄພພິບບັດ ແລະ ຄົ້ນຫາ ກູ້ໄພ ເປັນເຈົ້າພາບ, ປະສານສົມທົບກັບ ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງ ຄົ້້ນຄວ້າ, ນຳສະເໜີຮູບການ ຊ່ວຍເຫຼືອ ລາວ ໂດຍດ່ວນ ທີ່ ສະຖານທີ່ເກີດອຸບັດເຫດ ເຂື່ອນໄຟຟ້າແຕກ ຢູ່ ແຂວງ ອັດຕະປື, ລາຍງານ ຕໍ່ນາຍົກລັດຖະມົນຕີລັດຖະບານ ກ່ອນວັນທີ 30 ກໍລະກົດ 2018.
ໂດຍ: VNA