• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ ອາ​ເມ​ລິ​ກາ​ໃຕ້ ຕາ​ລີ​ຄາ​ສູງ​ຮູບ​ການ​ການ​ທູດ​ໄມ້​ໄຜ່​ຂອງ ຫວຽດ​ນາມ

ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບບັນດາປະເທດ ອາເມລິກາ ລາຕິນ ຂອງ ຫວຽດນາມ ບັນລຸໄດ້ບາດກ້າວເດີນສຳຄັນ ແລະ ກະໂດດຂັ້ນ.
  ພາບບົດຂຽນ "ການພົວພັນທີ່ມີຊີວິດຊີວາກັບພາກພື້ນ ອາເມລິກາ ລາຕິນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງຂະແໜງການທູດ ຫວຽດນາມ ໃນປີ 2023" ໄດ້ລົງໃນສື່ເອເລັກໂຕນິກ El Popular (ພາບ: TTXVN)  

ການພົວພັນທີ່ມີຊີວິດຊີວາກັບພາກພື້ນ ອາເມລິກາ ລາຕິນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງຂະແໜງການທູດ ຫວຽດນາມ ໃນປີ 2023 - ແມ່ນຫົວຂໍ້ບົດຂຽນທີ່ໄດ້ລົງໃນສື່ເອເລັກໂຕນິກ El Popular (ປະຊາຊົນ), ເຊິ່ງເປັນອົງການກະບອກສຽງຂອງພັກຄອມມູນິດ ອູຣູກວາຍ. El Popular ຢັ້ງຢືນວ່າ ໃນປີຜ່ານມາ, ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບບັນດາປະເທດ ອາເມລິກາ ລາຕິນ ຂອງ ຫວຽດນາມ ບັນລຸໄດ້ບາດກ້າວເດີນສຳຄັນ ແລະ ກະໂດດຂັ້ນ. ບົດຂຽນໄດ້ເນັ້ນໜັກວ່າ ນີ້ແມ່ນໝາກຜົນຂອງການປະຕິບັດແນວທາງການທູດທີ່ຄົບຊຸດ, ຮອບດ້ານໃນທຸກຊ່ອງທາງການທູດ ພັກ, ການທູດລັດ ແລະ ການທູດປະຊາຊົນຂອງ ຫວຽດນາມ, ສະແດງຮູບການ “ການທູດໄມ້ໄຜ່” ທີ່ມີກົກໜັກແໜ້ນ, ລຳແຂງແກ່ນ, ງ່າອ່ອນໄຫວ, ເຂັ້ມຂົ້ນໄປດ້ວຍຈິດໃຈ, ທີ່ຕັ້ງ, ສີສັນ ແລະ ຄຸນຄ່າຂອງຊາດ ຫວຽດນາມ.        

ອົງການກະບອກສຽງຂອງພັກຄອມມູນິດ ອູກູຣວາຍ ເນັ້ນໜັກວ່າ ໃນປີ 2023, ການນຳຂັ້ນສູງຂອງ ຫວຽດນາມ ໄດ້ປະຕິບັດການຢ້ຽມຢາມກວ່າ 40 ຄັ້ງໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ, ເພື່ອນມິດສະຫາຍທີ່ເປັນມູນເຊື້ອ ແລະ ຕ້ອນຮັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນເກືອບ 50 ຄະນະ, ສ້າງບາດກວ້າພັດທະນາໃໝ່ທີ່ມີຄຸນນະພາບໃນວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລື ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລື “ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, AI ສວມບົດບາດສຳຄັນໃນຍຸດທະສາດອຸດສາຫະກຳຂອງ ຫວຽດນາມ.

Top