• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄອ​ຍະ​ການ ອາ​ເມ​ລິ​ກາ ກ່າວ​ຫາ​ຜູ້​ຖືກ​ສົງ​ໄສ​ຍິງ​ປືນ​ດ້ວຍ​ກົນ​ອຸ​ບາຍ​ລອບ​ສັງ​ຫານທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ຜູ້​ຖືກ​ສົງ​ໄສ Cole Tomas Allen ຖືກສັ່ງ​ຟ້ອງ​ດ້ວຍ 3 ຖານ​ໂທດ​ອາ​ຍາ, ລວມ​ມີ: ກົນອຸ​ບາຍ​ລອບ​ສັງ​ຫານ​ປະ​ທາ​ນາ​ທິ​ບໍ​ດີ, ຂົນ​ສົ່ງ​ອາ​ວຸດ​ຂ້າມ​ລັດ ແລະ ຍິງ​ປືນ​ໃນ​ເຫດ​ໃຊ້​ຄວາມ​ຮຸນ​ແຮງ.
  ໄອ​ຍະ​ການ ອາ​ເມ​ລິ​ກາ ປະ​ຊຸມ​ໃນ​ວັນ​ທີ 27/4 (ພາບ: REUTERS/Kylie Cooper)  

ວັນ​ທີ 27 ເມ​ສາ, ບັນ​ດາ​ໄອ​ຍະ​ການ​ສະ​ຫະ​ລັດ ອາ​ເມ​ລິ​ກາ ໄດ້​ກ່າວ​ຫາ Cole Tomas Allen , ​ຜູ້​ຖືກ​ສົງ​ໄສວ່າ​ໄດ້​ຍິງ​ປືນ​ດ້ວຍກົນ​ອຸ​ບາຍ​ລອບ​ສັງຫານ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ລາວຂຶ້ນ​ສານຄັ້ງ​ທຳ​ອິດພາຍຫຼັງ​ເຫດ​ຍິງ​ປືນ​​ທີ່​ງານ​ລ້ຽງ​ຂອງ​ສະ​ຫະ​ສະ​ມາ​ຄົມ​ນັກ​ຂ່າວ​ທຳ​ນຽບ​ຂາ​ວ​ໃນ​ຕອນ​ຄ່ຳ​ທ້າຍ​ອາ​ທິດ​ຜ່ານ​ມາ. ຜູ້​ຖືກ​ສົງ​ໄສ Cole Tomas Allen ຖືກສັ່ງ​ຟ້ອງ​ດ້ວຍ 3 ຖານ​ໂທດ​ອາ​ຍາ, ລວມ​ມີ: ກົນອຸ​ບາຍ​ລອບ​ສັງ​ຫານ​ປະ​ທາ​ນາ​ທິ​ບໍ​ດີ, ຂົນ​ສົ່ງ​ອາ​ວຸດ​ຂ້າມ​ລັດ ແລະ ຍິງ​ປືນ​ໃນ​ເຫດ​ໃຊ້​ຄວາມ​ຮຸນ​ແຮງ.

ທ່ານນາງ Jocelyn Ballantine ຜູ້​ຊ່ວຍ​ວຽກ​ໄອ​ຍະ​ການ​ສະ​ຫະ​ລັດ ຢັ້ງ​ຢືນ​ວ່າ ຜູ້​ຖືກ​ສົງ​ໄສ ໄດ້​ຂຶ້ນ​ແຜນ​ການ​ລອບ​ສັງ​ຫານ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ສະ​ເໜີ​ຜູ້​ພິ​ພາກ​ສາ​ອອກ​ຄຳ​ສັ່ງ​ກັກ​ຂັງ​ຊົ່ວ​ຄາວ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊຸມ​ຊົນ ກ​ໍ​ຄື​ຫຼີກ​ລ້ຽງ​ຄວາມ​ສ່ຽງ​ຫຼົບ​ໜີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

Top