• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ກຳປູເຈຍ ປ່ຽນບ່ອນຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ

ວັນທີ 2 ສິງຫາ, ນາຍພົນ ມາເລເຊຍ Anwar Ibrahim ກໍ່ຢັ້ງຢືນວ່າ ຄະນະປະຕິບັດງານຂອງ ໄທ ແລະ ກຳປູເຈຍ ຈະເດີນທາງເຖິງ ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໃນວັນທີ 4 ສິງຫາ ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດ ຊາຍແດນ ໄທ - ກຳປູເຈຍ.
ບັນດາທູດທະຫານຕ່າງປະເທດຈາກບັນດາປະເທດມະຫາອຳນາດ ແລະ ອາຊຽນ ລົງກວດກາເຂດຊາຍແດນ ໄທ - ກຳປູເຈຍ ຢູ່ ແຂວງ Sisaket, ໄທ. ໃນວັນທີ 01/8/2025 (ພາບ:REUTERS/Chalinee Thirasupa)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມ (GBC - General Border Committee) ລະຫວ່າງ ໄທ ແລະ ກຳປູເຈຍ ຄາດວ່າ ດຳເນີນແຕ່ວັນທີ 4 ຮອດວັນທີ 7 ສິງຫາ ຈະໄດ້ຈັດຕັ້ງຢູ່ ມາເລເຊຍ ແທນທີ່ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ ຕາມແຜນການເບື້ອງຕົ້ນ. ວັນທີ 2 ສິງຫາ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ ນາຍພົນ Nattaphon Narkphanit  ໃຫ້ຮູ້ວ່າ: ການເລືອກເອົາ ມາເລເຊຍ ແມ່ນບ່ອນຈັດກອງປະຊຸມ ເພື່ອແນໃສ່ຮັບປະກັນລັກສະນະເປັນກາງໄກ່ເກ່ຍ. ທ່ານກໍ່ເນັ້ນຫນັກວ່າ ການກະທຳນີ້ ບໍ່ສ່ອງແສງຄວາມບໍ່ເຊື່ອໝັ້ນ ຫາກເພື່ອແນໃສ່ຫລີກລ້ຽງຄວາມສ່ຽງເພີ່ມຄວາມເຄັ່ງຕຶງ ແລະ ຮັບປະກັນວິວັດການເຈລະຈາດຳເນີນເປັນປົກກະຕິ.ຝ່າຍ ກຳປູເຈຍ ໄດ້ມີຄວາມເຫັນດີເຫັນພ້ອມຕໍ່ກັບການປ່ຽນບ່ອນດຳເນີນກອງປະຊຸມ. ແຜນດຳເນີນກອງປະຊຸມກໍ່ໄດ້ແກ່ຍາວມາ ເປັນ 3 ມື້.

ແລະກໍ່ໃນວັນທີ 2 ສິງຫາ, ຕາມແຈ້ງການຂອງໂຄສົກກະຊວງປ້ອງກັນປະເທດໄທ Surasan Kongsiri, ແລ້ວ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ ໄດ້ເຫັນດີຕໍ່ບົດບາດນັກສັງເກດການຂອງສາມປະເທດຄື: ອາເມລິກາ, ຈີນ ແລະ ມາເເລຊຍ ໃນວັນເຮັດວຽກສຸດທ້າຍ (ວັນທີ 7 ສິງຫາ) ລະຫວ່າງ ໄທ ແລະ ກຳປູເຈຍ.  ວັນທີ 2 ສິງຫາ, ນາຍພົນ ມາເລເຊຍ Anwar Ibrahim ກໍ່ຢັ້ງຢືນວ່າ ຄະນະປະຕິບັດງານຂອງ ໄທ ແລະ ກຳປູເຈຍ ຈະເດີນທາງເຖິງ ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ ໃນວັນທີ 4 ສິງຫາ ເພື່ອເຈລະຈາ ແລະ ເປັນເອກະພາບບາງເນື້ອໃນກ່ຽວຂ້ອງເຖິງການຮັກສາສັນຕິພາບຢູ່ເຂດ ຊາຍແດນ ໄທ - ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top