• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35

      ຕຳຫລວດລາຊະອານາຈັກ ໄທ ຈະຜັນຂະຫຍາຍພາລະກອນ 10.000 ຄົນ ເພື່ອຮັບປະກັນຄວາມສະຫງົບ ແລະ ບັນຊາການຈະລາຈອນໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35  ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.
        ວັນທີ 16 ຕຸລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ສຸວັດ ແຈງຢູສຸກ ຮອງຫົວໜ້າຜູ້ບັນຊາການຕຳຫລວດແຫ່ງຊາດໃຫ້ຮູ້ວ່າ: ຕຳຫລວດໄດ້ກະກຽມບັນດາມາດຕະການ ແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ. ໄທ ຈະຜັນຂະຫຍາຍບັນດາບັ້ນຝຶກແບບເພື່ອຮັບມືຕໍ່ກໍລະນີສຸກເສີນ, ພ້ອມທັງ ຈະມີການຝຶກຊ້ອມ ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາຂະບວນລົດຂົນສົ່ງການນຳ.
        ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະມີການນຳຂອງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ, ນິວຊີແລນ, ອິນເດຍ ແລະ ສະຫະປະຊາຊາດ. ຄາດວ່າ ຈະມີເຈົ້າໜ້າທີ່ ແລະ ນັກຂ່າວປະມານ 3.000 ຄົນມາປະເທດ ໄທ ເພື່ອເຂົ້າຮ່ວມ ແລະ ໃຫ້ຂ່າວກ່ຽວກັບເຫດການນີ້.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top