• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ: ພັກເພື່ອໄທ ຢັ້ງຢືນການສະເໜີທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ

ທ່ານປະທານສະພາແຫ່ງຊາດ ໄທ ວັນມູຮະມັດນໍ ມະທາ ໃຫ້ຮູ້ວ່າ, ທ່ານອາດຈະຮຽກໂຮມຈັດກອງປະຊຸມຮ່ວມຂອງສະພາຕ່ຳ ແລະ ສະພາສູງໃນວັນທີ 18 ສິງຫາ ຫຼື ວັນທີ 22 ສິງຫາ ເພື່ອປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.
ທ່ານ ເສດຖາ ທະວີສິນ (ພາບ: AFP/TTXVN)

ວັນທີ 14 ສິງຫາ, ທ່ານເລຂາທິການໃຫຍ່ພັກເພື່ອໄທ ປຣະເສີດ ຈັນທັນວົງທອງ ແຈ້ງໃຫ້ຊາບວ່າ ພັກນີ້ຈະສະເໜີທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ທ່ານ ປຣະເສີດ ໃຫ້ຮູ້ວ່າ, ບັນດາການນຳຫຼັກແຫຼ່ງຂອງພັກເພື່ອ ໄທ ໄດ້ເຫັນດີ ແລະ ຢັ້ງຢັນວ່າ ທ່ານ ເສດຖາ ຈະແມ່ນຜູ້ຮັບສະໝັກເລືອກຕັ້ງຂອງພັກ ສຳລັບຕຳແໜ່ງນາຍົກລັດຖະມົນຕີ.

ຕາມທ່ານເລຂາທິການພັກເພື່ອໄທແລ້ວ, ໄລ່ຮອດຈຸດເວລານີ້, ທ່ານ ເສດຖາ ພວມໄດ້ຮັບການສະໜັບສະໜູນຂອງສະມາຊິກລັດຖະສະພາປະມານ 270 ທ່ານ. ທ່ານ ປຣະເສີດ ຢືນຢັນວ່າ ພັກເພື່ອ ໄທ ຈະມີຄວາມປິຕິຊົມຊື່ນເມື່ອໄດ້ຮັບການສະໜັບສະໜູນຈາກທຸກພັກການເມືອງ.

ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ໄທ ວັນມູຮະມັດນໍ ມະທາ ໃຫ້ຮູ້ວ່າ, ທ່ານອາດຈະຮຽກໂຮມຈັດກອງປະຊຸມຮ່ວມຂອງສະພາຕ່ຳ ແລະ ສະພາສູງໃນວັນທີ 18 ສິງຫາ ຫຼື ວັນທີ 22 ສິງຫາ ເພື່ອປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍູ້​ແຮງ​ການ​ຮ່ວມ​ມື AI ແລະ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ອາ​ເມ​ລິ​ກາ

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍຕໍ່ທັດສະນະ: ເປີດກວ້າງການຮ່ວມມືກັບ ອາເມລິກາ ໃນຂົງເຂດເຕັກໂນໂລຢີສູງ ແມ່ນບາດກ້າວຍຸດທະສາດ, ເໝາະສົມກັບຂອບເຂດການພົວພັນຍຸດທະສາດຮອບດ້ານ.

Top