• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ກະກຽມກອງປະຊຸມຂັ້ນສູງ ເອເປັກ

ກ່າວຄຳເຫັນຫຼັງກອງປະຊຸມ, ທ່ານ ອານຸຊາ ບູຣະພັດໄຊສຣິ ໂຄສົກລັດຖະບານໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຊາ ເຊື່ອໝັ້ນວ່າກອງປະຊຸມຈະດຳເນີນດ້ວຍຄວາມສຳເລັດຜົນຢ່າງຈົບງາມ.
  ທ່ານ ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ (ພາບ: AFP/TTXVN)  

ວັນທີ 10 ຕຸລາ, ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ໄດ້ເປັນປະທານກອງປະຊຸມລັດຖະບານ ເພື່ອຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການກະກຽມສັບປະດາຂັ້ນສູງ ເວທີປາໄສການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟີກ (ເອເປັກ) ຄັ້ງທີ 29 ເຊິ່ງຈະໄຂຂຶ້ນທີ່ນະຄອນຫຼວງບາງກອກ ໃນເດືອນພະຈິກທີ່ຈະມາເຖິງ. ກ່າວຄຳເຫັນຫຼັງກອງປະຊຸມ, ທ່ານ ອານຸຊາ ບູຣະພັດໄຊສຣິ ໂຄສົກລັດຖະບານໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຊາ ເຊື່ອໝັ້ນວ່າກອງປະຊຸມຈະດຳເນີນດ້ວຍຄວາມສຳເລັດຜົນຢ່າງຈົບງາມ.

/ຫົວຂໍ້ຂອງກອງປະຊຸມຂັ້ນສູງເອເປັກ ຄັ້ງທີ 29 ທີ່ປະເທດເເຈົ້າພາບໄທຄັດເລືອກແມ່ນ “ເປີດກ້ວາງສ້າງສໍາພັນ-ເຊື່ອມໂຍງກັນ-ສູ່ສົມດຸນ”. ກ່ຽວກັບເນື້ອໃນເປີດກ້ວາງ, ທ່ານ ອານຸຊາ ໃຫ້ຮູ້ວ່າ ເພື່ອສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ບັນດາພື້ນຖານເສດຖະກິດຂອງສະມາຊິກເອເປັກ ສະໜັບສະໜູນການສະເໜີຂອງໄທ ກ່ຽວກັບການພິຈາລະນາປຶກສາຫາລືສັນຍາຂົງເຂດການຄ້າເສລີ ອາຊີປາຊີຟິກ, ໃນຂະນະທີ່ກອງປະຊຸມຂັ້ນລັດຖະມົນຕີການຄ້າໄດ້ເປັນເອກະສັນ ຂຶ້ນແຜນການໃຫ້ແກ່ໝາກຜົນຢ່າງລະອຽດ. ທ່ານ ອານຸຊາ ກໍ່ໄດ້ໃຫ້ຮູ້ວ່າຜູ້ນຳພື້ນຖານເສດຖະກິດສະມາຊິກຫຼາຍທ່ານ, ບັນດາແຂກຖືກເຊີນພິເສດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນໄດ້ຮັບຄຳເຊີນມາບາງກອກ ເພື່ອຮ່ວມກອງປະຊຸມເອເປັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ນັບແຕ່ວັນທີ 21 – 27 ກັນຍາ 2024, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

Top