• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທມີປະທານສະພາຜູ້ແທນລາຊະດອນຄົນໃໝ່

      ດ້ວຍອັດຕາບັດເຫັນດີ 258 ບັດ ແລະ ບັດຄ້ານ 235 ບັດ, ວັນທີ 25 ພຶດສະພາ, ສະພາຜູ້ແທນລາຊະດອນໄທ ໄດ້ເລືອກຕັ້ງສະມາຊິກຂອງພັກປະຊາທິປະໄຕແມ່ນທ່ານ ຊວນ ຫຼີກໄພ ເປັນປະທານສະພາຜູ້ແທນລາຊະດອນ.


ທ່ານ ຊວນ ຫຼີກໄພ
(ພາບປະກອບ: nationmultimedia.com)
      ທ່ານ ຊວນ ຫຼີກໄພ, ປະຈຸບັນອາຍຸ 80 ປີ, ເຄີຍດຳລົງຕຳແໜ່ງນາຍົກລັດຖະມົນຕີໄທ 2 ອາຍຸການ 1992 – 1995 ແລະ1997 – 2001. ທ່ານເຂົ້າເປັນສະມາຊິກພັກປະຊາທິປະໄຕ ເມື່ອປີ 1969 ແລະ ໄດ້ກາຍເປັນການນຳຂອງພັກນີ້ໃນປີ 1991. ປະທານພັກປະຊາທິປະໄຕປະຈຸບັນແມ່ນທ່ານ ຈຸນຣິນ ລັກສະນະວິສີດ, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ຍ້ອນທ່ານ ອະພິສິດ ເວດຊາຊີວະ ລາອອກຈາກຕຳແໜ່ງ ໃນການເລືອກຕັ້ງເມື່ອວັນທີ 24 ເມສາ.
        ກອງປະຊຸມຄັ້ງທຳອິດຂອງສະພາຜູ້ແທນລາຊະດອນ ດຳເນີນໃນຕອນເຊົ້າວັນທີ 25 ພຶດສະພາ, ດ້ວຍພິທີສາບານຕົວຮັບດຳລົງຕຳແໜ່ງຂອງສະມາຊິກສະພາ 498 ທ່ານ ແລະ ແກ່ຍາວຮອດຕອນຄ່ຳວັນດຽວກັນ, ເມື່ອການປ່ອນບັດລັບເພື່ອເລືອກເອົາການນຳສິ້ນສຸດລົງ.
 (ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ໃຫ້ຄຳໝັ້ນສັນຍາ ພ້ອມກັບລາວ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.

Top