• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສົ່ງ​ກຳ​ລັງ​ໃຈ​ຢ່າງ​ແຮງ​ໃຫ້​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ

ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມຂອງຫຼາຍປັດໄຈ, ໃນນັ້ນ ຕ້ອງເວົ້າເຖິງບົດບາດນຳພາຂອງພັກ, ລະອຽດແມ່ນວິໄສທັດຍຸດທະສາດຂອງປະທານ ໂຮ່ຈີມິນ ແລະ ບົດບາດບັນຊາບັ້ນຮົບຂອງທ່ານພົນເອກ ຫວໍງວຽນຢາບ.
ຕອນບ່າຍວັນທີ 7 ພຶດສະພາ 1954, ບັ້ນຮົບດ້ຽນບຽນຝູ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ (ພາບເອກະສານ: TTXVN)

ໄຊຊະນະດ້ຽນບຽນຝູ ໄດ້ສົ່ງຜົນກະທົບຢ່າງແຮງເຖິງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຂອງບັນດາປະຊາຊາດໃນໂລກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Pedro De Oliveira ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024), ທ່ານ Oliveira ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມຂອງຫຼາຍປັດໄຈ, ໃນນັ້ນ ຕ້ອງເວົ້າເຖິງບົດບາດນຳພາຂອງພັກ, ລະອຽດແມ່ນວິໄສທັດຍຸດທະສາດຂອງປະທານ ໂຮ່ຈີມິນ ແລະ ບົດບາດບັນຊາບັ້ນຮົບຂອງທ່ານພົນເອກ ຫວໍງວຽນຢາບ. ທ່ານ Oliviera, ຜູ້ຄົ້ນຄວ້າກ່ຽວກັບປະຫວັດສາດຂອງ ຫວຽດນາມ ມາຫຼາຍປີ ໄດ້ຢັ້ງຢືນວ່າ ໄຊຊະນະ ດ້ຽນບຽນຝູ ແມ່ ນແຫຼ່ງລະດົມກຳລັງໃຈໃຫ້ຫຼາຍຊາດທີ່ເປັນຫົວເມືອງຂຶ້ນໃນໂລກ.

ເມື່ອເຕື້ອງເຖິງບັນດາຜົນງານຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ທ່ານ Oliviera ໄດ້ຕີລາຄາສູງລະດັບຄວາມໄວການເຕີບໂຕເສດຖະກິດທີ່ໜ້ານັບຖືຂອງ ຫວຽດນາມ ນັບແຕ່ພາຍຫຼັງການປ່ຽນແປງໃໝ່, ກໍຄືບັນດາຜົນງານທີ່ບັນລຸໄດ້ໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top