• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023

Festival ແມ່ນໜຶ່ງໃນບັນດາເຫດການສຳຄັນເພື່ອຂ່ຳນັບພິທີສະເຫຼີມສະຫຼອງ 370 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາແຂວງ ແຄງຮ່ວາ (1653-2023)
ພີທີໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023 (ພາບ: VTC)

ຕອນຄ່ຳວັນທີ 03 ມິຖຸນາ, ຢູ່ນະຄອນ ຍາຈາງ, ໄດ້ຈັດພີທີໄຂ Festival ທະເລ ຍາຈາງ - ແຄງຮ່ວາ 2023 ດ້ວຍຫົວຂໍ້ “ແຄງຮ່ວາ ຄວາມຄາດຫວັງພົ້ນເດັ່ນຂຶ້ນ”.

Festival ແມ່ນໜຶ່ງໃນບັນດາເຫດການສຳຄັນເພື່ອຂ່ຳນັບພິທີສະເຫຼີມສະຫຼອງ 370 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາແຂວງ ແຄງຮ່ວາ (1653-2023), ເຊິ່ງຈັດຂຶ້ນແຕ່ວັນທີ 03 ຫາວັນທີ 06 ມິຖຸນາ. Festival ທະເລ ຍາຈາງ - ແຄງຮ່ວາ 2023 ມີກວ່າ 70 ລາຍການເຄື່ອນໄຫວສິລະປະພິເສດ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ ແລະ ບັນດາທ້ອງຖິ່ນໃກ້ຄຽງ. ກ່າວຄຳເຫັນໄຂ Festival, ທ່ານ ດິງວັນທ້ຽວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄງຮວາງ, ເນັ້ນໜັກວ່າ:

“ຜ່ານບັນດາການເຄື່ອນໄຫວ, ເຫດການໃນລາຍການ Festival ທະເລ ຍາຈາງ - ແຄງຮ່ວາ 2023 ທະເລປີ 2023, ແຂວງ ແຄງຮ່ວາ ຢາກແນະນຳເຖິງປະຊາຊົນ ແລະ ແຂກທ່ອງທ່ຽວພາບພົດກ່ຽວກັບສະຖານທີ່ປອດໄພ, ສະໜິດສະໜົມຮັກແພງແຂກຄົນ, ເຂດດິນແດນຂະຫຍັນຂັນເຄື່ອນ, ຕັ້ງໜ້າພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ ດ້ວຍບັນດາຄຸນຄ່າສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ ແຄງຮ່ວາ”.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top