• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “ສັບປະດາວັດທະນະທຳ ສ.ເກົາຫຼີ ຢູ່ ກວ໋າງນາມ, ໂຮ້ຍອານ 2021”

      ຕອນຄ່ຳວັນທີ 10 ເມສາ, ຢູ່ນະຄອນ ໂຮ້ຍອານ (ແຂວງ ກວ໋າງນາມ) ໄດ້ໄຂລາຍການ “ສັບປະດາວັດທະນະທຳ ສ.ເກົາຫຼີ ຢູ່ ກວ໋າງນາມ, ໂຮ້ຍອານ ປີ 2021” ຂຶ້ນຢ່າງຟົດຟື້ນມ່ວນຊື່ນ ໂດຍມີການປະກອບສ່ວນຂອງບັນດານັກສິລະປິນທີ່ມີຊື່ສຽງຂອງ ສ.ເກົາຫຼີ ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈຳນວນຫຼາຍ.
ລາຍການສະແດງສິລະປະຈາກນັກສິລະປິນ ສ:ເກົາຫຼີ ໃນພິທີໄຂ
      ກ່າວຄຳເຫັນທີ່ພິທີ, ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ແລະ ສ.ເກົາຫຼີ ພວມພ້ອມກັນເພີ່ມພູນຄູນສ້າງອະນາຄົດໃຫ້ສົດໃສກວ່າ.
        ເຫດການດັ່ງກ່າວ ແມ່ນສັນຍະລັກໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບທີ່ເລິກເຊິ່ງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃກ້ຈະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ. ຂ້າພະເຈົ້າຫວັງວ່າ ເຫດການຄັ້ງນີ້ ຈະກາຍເປັນຄວາມຊົງຈຳທີ່ມີຄວາມສຸກ, ຄວາມມ່ວນຊື່ນກັບປະຊາຊົນ ກວ໋າງນາມ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກເພື່ອເຊື່ອມຕໍ່ຕະຫຼາດທ່ອງທ່ຽວ ລະຫວ່າງສອງປະເທດ, ພິເສດແມ່ນການມາທ່ຽວໂຮ້ຍອານ ພາຍຫຼັງໂລກລະບາດໂຄວິດ - 19.”
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top