• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເວ​ທີ​ປາ​ໄສ​ເດັກ​ແຫ່ງຊາດ ຄັ້ງ​ທີ 7

ມີເດັກເກືອບ 200 ຄົນ ທີ່ມາຈາກ 43 ໃນຈຳນວນ 63 ແຂວງ, ນະຄອນ ແລະ ຫົວໜ່ວຍ, ຕາງໜ້າໃຫ້ເດັກ 25 ລ້ານຄົນຂອງ ຫວຽດນາມ ເຂົ້າຮ່ວມເວທີປາໄສເດັກແຫ່ງຊາດຄັ້ງທີ 7 ເຊິ່ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ. ເວທີປາໄສມີຫົວຂໍ້ວ່າ “ເດັກເຂົ້າຮ່ວມການສ້າງສະພາບແວດລ້ອມດຳລົງຊີວິດຢ່າງປອດໄພ, ເປັນມິດສະໜິ້ດສະໜົມ ແລະ ປອດໃສໃຫ້ແກ່ເດັກ”.
ທ່ານນາງ ຫວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ

ທີ່ເວທີປາໄສ, ນ້ອງໆໄດ້ປຶກສາຫາລື, ແບ່ງປັນບັນດາຂໍ້ລິເລີ່ມ, ມາດຕະການຂອງເດັກໃນທົ່ວປະເທດ ກ່ຽວກັບການສ້າງສະພາບແວດລ້ອມດຳລົງຊີວິດທີ່ປອດໄພ, ປອດໃສໃຫ້ແກ່ພວກນ້ອງເອງ. ພ້ອມດຽວກັນນັ້ນ, ກໍໄດ້ຍົກອອກສານ, ຂໍ້ສະເໜີແນະກ່ຽວກັບບັນດາຫົວຂໍ້, ຄື: ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ການທຳຮ້າຍເດັກ; ປ້ອງກັນ, ຕ້ານ, ຫຼຸດຜ່ອນອຸປະຕິເຫດກໍ່ບາດເຈັບ, ດຶກນ້ຳ, ຄົມມະນາຄົມ, ປົກປ້ອງເດັກໃນສະພາບແວດລ້ອມເຄື່ອຂ່າຍອິນເຕີເນັດ, ທ່ານນາງ ຫວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:      

“ພັກ, ລັດ, ລັດຖະບານ ຫວຽດນາມ ມີຄວາມເອົາໃຈໃສ່ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ... ເພື່ອປ້ອງກັນສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄພສຳລັບເດັກ. ບັນດາແຂວງ, ນະຄອນ ກໍປະຕິບັດແຜນນະໂຍບາຍນີ້ໄດ້ເປັນຢ່າງດີ. ໂດຍພື້ນຖານແລ້ວ, ອາດເວົ້າໄດ້ວ່າ, ເດັກນັບມື້ນັບໄດ້ດຳລົງຊີວິດໃນສະພາບແວດລ້ອມທີ່ປອດໄພກ່ວາ, ມີເງື່ອນໄຂຮ່ຳຮຽນ, ລະຫຼີ້ນ, ບັນເທິງທີ່ນັບມື້ນັບດີກວ່າ. ເຖິງຢ່າງໃດກໍຕາມ, ພວກເຮົາຍັງມີບ່ອນຫວ່າງ. ດັ່ງນັ້ນ, ເວທີປາໄສນີ້ ແມ່ນສຽງເວົ້າຈາກຄວາມມຸ່ງມາດປາດໂໜາຂອງນ້ອງໆທີ່ຝາກເຖິງບັນດາຄູອາຈານ ແລະ ການນຳທຸກຂັ້ນ”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top