• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ຫຼາຍ​ທ້ອງ​ຖິ່ນ

ວັນທີ 27 ເມສາ, ແມ່ນວັນທຳອິດຂອງຊຸມວັນພັກບຸນ 30 ເມສາ (ວັນປົດປ່ອນພາກໃຕ້ - 1 ພຶດສະພາ (ວັນກຳມະກອນສາກົນ), ບັນດາທ້ອງຖິ່ນໄດ້ໄຂບັນຫາເຫດການວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະເພື່ອຂ່ຳນັບຮັບຕ້ອນແຂກທ່ອງທ່ຽວ.
ລາຍການຟ້ອນຖ້ວຍ ຢູ່ແຂວງ ບັກກ້ານ

ຢູ່ແຂວງ ບັກກ້ານ ໄດ້ໄຂສັບປະດາວັດທະນະທຳ, ທ່ຽວ ບັກກ້ານ 2024 ດ້ວຍຈຸດເດັ່ນແມ່ນລາຍການສະແດງມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ຟ້ອນຖ້ວຍ ຂອງຊາວເຜົ່າໄຕ່ ໂດຍນັກສິລະປະການ, ນັກສະແດງ ແລະ ບັນດານ້ອງນັກຮຽນ 1.000 ຄົນສະແດງ. ທ່ານ ຟ້າມຢຸຍຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກກ້ານ, ໃຫ້ຮູ້ວ່າ:                         

ພວກຂ້າພະເຈົ້າຫວັງວ່າຜ່ານສັບປະດາວັດທະນະທຳກິລາທ່ອງທ່ຽວປີ 2024 ຈະໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງແຂວງ ບັກກ້ານເຖິງແຂກທ່ອງທ່ຽວພາຍໃນ ແລະ ສາກົນເປັນຈຳນວນຫຼາຍພວກຂ້າພະເຈົ້າກໍ່ສ້າງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ບັກກ້ານ ຄື ຟ້ອນຖ້ວຍ ຂອງຊາວເຜົ່າໄຕ່ຂັບລີ ຂອງຊາວເຜົ່ານຸ່ງ ຢູ່ ຊວຍເຢືອງ... ກາຍເປັນຜະລິດຕະພັນທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ ມາທ່ຽວ ບັກກ້ານ.

ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ແຂວງ ຕວຽນກວາງ ໄດ້ຈັດພິທີໄຂປີທ່ອງທ່ຽວແຂວງ ຕວຽນກວາງ ປີ 2024. ປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ຮັບຊົມລາຍການສະແດງສິລະປະ “ຕວຽນກວາງ - ເຂດມໍລະດົກທີ່ເຫຼືອງເຫຼື້ອມ”.

ໃນຂະນະນັ້ນ, ຢູ່ແທງຮ໋ວາ, ງານບຸນທ່ອງທ່ຽວທະເລ ຊ່ຳເຊີນ ປີ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ. ຈຸດໃໝ່ຂອງທ່ອງທ່ຽວ ຊ່ຳເຊີນ ປີນີ້ແມ່ນການເປີດສະຫຼອງສະໜາມຫຼວງ ທະເລ ສາມາດບັນຈຸກ່ວາ 10.000 ຄົນ, ສົມທົບກັບການນຳກຸ່ມລະຫຼິ້ນບັນເທິງ Sun World ຊ່ຳເຊີນ ດ້ວຍຂອບຂະໜາດໃຫຍ່ເຂົ້າເຄື່ອນໄຫວ.

ຕອນຄ່ຳວັນທີ 27 ເມສາ, ຢູ່ສະໜາມ 2/4, ນະຄອນ ຍາຈາງ (ແຂວງ ແຄ໋ງຮ່ວາ), ໄດ້ຈັດລາຍການສະແດງ Jazz ສາກົນ ຄັ້ງທີ I - ຍາຈາງປີ 2024. ຄ່ຳຄືນໄຂດ້ວຍຫົວຂໍ້ “The Spotlight of Jazz” ໄດ້ເຕົ້າໂຮມ 100 ນັກສິລະປະການ, ນັກດົນຕີ, ວົງດົນຕີຂອງ ຫວຽດນາມ ແລະ ອາເມລິກາ, ສິງກະໂປ, ສ ເກົາຫຼີ ເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top