• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ ນັກ​ຮ​ຽນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 13

ຈຸດພົ້ນເດັ່ນຂອງພິທີໄຂ ແລະ ການເດີນຂະບວນຢ່າງສົມກຽດຂອງ 10 ຄະນະກິລາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.
ພິທີໄຂ ງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 (ພາບ: TTXVN)

ງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 1 ມິຖຸນາ, ຢູ່ຫໍກິລາ ຕຽນເຊີນ, ເມືອງ ຫ໋າຍເຈົາ, ນະຄອນ ດ່ານັ້ງ. ເຂົ້າຮ່ວມພິທີໄຂ ມີ ນັກກິລາແມ່ນນັກຮຽນ, ຄູ່ຝືກ ກ່ວາ 1.300 ຄົນ ທີ່ມາຈາກ 10 ປະເທດ ໃນພາກພື້ນ ແລະ ຜູ້ຊົມເປັນຈຳນວນຫຼວງຫຼາຍ.

ຈຸດພົ້ນເດັ່ນຂອງພິທີໄຂ ແລະ ການເດີນຂະບວນຢ່າງສົມກຽດຂອງ 10 ຄະນະກິລາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ພິທີຊຸກ ທຸງຂຶ້ນເສົາ ຂອງສະພາກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ແລະ ທຸງງານມະຫາກຳກິລາ ໄດ້ສ້າງຂີດໝາຍວັນບຸນກິລາທີ່ຟົດຟຶ້ນ ເລີ່ມຕົ້ນຢ່າງເປັນທາງການ.

ພິເສດ, ພິທີຈູດທວນໄຟງານມະຫາກຳກິລາ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົງ່ຮ່າ ປະຕິບັດ. ທວນໄຟແມ່ນສັນຍາລັກໃຫ້ແກ່ຄວາມສຸດຈິດສຸດໃຈຂອງຊາວໜຸ່ມ ອາຊິຕາເວັນອອກສ່ຽງໃຕ້, ພ້ອມທັງຍົກສູງຈິດໃຈສາມັກຄີ, ຄວາມມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ປະກາດໄຂງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ປີ 2024 ຢູ່ດ່ານັ້ງ, ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ອວຍພອນບັນດານັກກິລາແຂ່ງຂັນບັນລຸໝາກຜົນດີທີ່ສຸດ ດ້ວຍຈິດໃຈກິລາ ຄວາມສາມັກຄີ, ມິດຕະພາບ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top