• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ - ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ - ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກຕາ​ເວັນ​ຕົກ 2022

ຕອນບ່າຍວັນທີ 03 ສິງຫາ, ຢູ່ສູນຕະຫຼາດນັດງານວາງສະແດງນະຄອນ ດ່າໜັງ, ໄດ້ດຳເນີນພິທີໄຂງານຕະຫຼາດນັດສາກົນ ການຄ້າ - ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກ - ດ່າໜັງ 2022 (ງານຕະຫຼາດນັດ EWEC - ດ່າໜັງ 2022).
  ພິທີໄຂຕະຫຼາດນັດສາກົນການຄ້າ - ການທ່ອງທ່ຽວ ແລະ ການລົງທຶນ - ແລວເສດຖະກິດຕາເວັນອອກຕາເວັນຕົກ 2022   

ງານຕະຫຼາດນັດດັ່ງກ່າວມີຮ້ານວາງສະແດງຂາຍສິນຄ້າເກືອບ 420 ຮ້ານ ຂອງວິສາຫະກິດ 235 ແຫ່ງ ມາຈາກ 27 ແຂວງ, ນະຄອນໃນທົ່ວປະເທດ ໃນນັ້ນ ມີ 8 ອົງການຈັດຕັ້ງສາກົນທີ່ມາຈາກບັນດາປະເທດ: ຈີນ, ອິນໂດເນເຊຍ, ໄທ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ມຽນມາ, ລາວ. ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງຂາຍລວມມີ: ເຄື່ອງໄຟຟ້າ, ເຄື່ອງເອເລັກໂຕນິກ, ອຸປະກອນເຕັກໂນໂລຢີ; ເຄື່ອງໃຊ້ສອຍ, ຜະລິດຕະພັນໄມ້, ເຄື່ອງເຟີນີເຈີ, ເຄື່ອງຫັດຖະກຳ, ການບໍລິການທ່ອງທ່ຽວ, logictics, ການສຶກສາ, ດູແລສຸຂະພາບ, ອະສັງຫາລິມະຊັບ….ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ:

“ງານຕະຫຼາດນັດສາກົນ ການຄ້າ - ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກ ແມ່ນງານຕະຫຼາດນັດຈັດຂຶ້ນປະຈຳປີ ເຊິ່ງເລີ່ມແຕ່ປີ 2007 ມາຮອດປັດຈຸບັນ, ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນຢູ່ຕາມແລວເສດຖະກິດຕາເວັນອອກຕາເວັນຕົກ ໄດ້ແນະນຳກ່ຽວກັບຜົນງານຂອງຕົນ ແລະ ສ້າງໂອກາດຮ່ວມມືລົງທຶນໃຫ້ແກ່ວິສາຫະກິດ, ແຂກທ່ອງທ່ຽວ, ປະຊາຊົນນະຄອນ ແລະ ບັນດາແຂວງໃນບໍລິເວນ”.

ງານຕະຫຼາດນັດນີ້ ຍັງມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ ແລະ ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ; ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ. ງານຕະຫຼາດນັດຈະດຳເນີນຮອດວັນທີ 08 ສິງຫາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top