• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ການ​ຝືກຊ້ອມກອບ​ກູ້​ໄພ​ພິ​ບັດ ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ການຝືກຊ້ອມກອບກູ້ໄພພິບັດ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງນີ້ໂດຍກຳປູເຈຍຈັດຂຶ້ນດ້ວຍຫົວຂໍ້ “ປະຕິບັດການຊ່ວຍເຫຼືອກອບກູ້ໄພພິບັດອາຄານຖະ ຫຼົ່ມລົງ”.
ການຝືກຊ້ອມກອບກູ້ໄພພິບັດ

ຕອນເຊົ້າວັນທີ 18 ພະຈິກ, ຢູ່ແຂວງ Kampong Chhnang, ກຳປູເຈຍ ໄດ້ດຳເນີນພິທີໄຂການຝືກຊ້ອມກອບກູ້ໄພພິບັດ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ດ້ວຍເນື້ອໃນຫລັກແມ່ນການສົມທົບກັນກອບກູ້ໄພພິບັດ ແລະ ເສນາຮັກ. ການຝືກຊ້ອມກອບກູ້ໄພພິບັດ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງນີ້ໂດຍກຳປູເຈຍຈັດຂຶ້ນດ້ວຍຫົວຂໍ້ “ປະຕິບັດການຊ່ວຍເຫຼືອກອບກູ້ໄພພິບັດອາຄານຖະ ຫຼົ່ມລົງ”. ການຝືກຊ້ອມກອບກູ້ຄັ້ງນີ້ມີການເຂົ້າຮ່ວມຂອງນາຍທະຫານປະມານ 1000 ຄົນ. ບັນດາກຳລັງຂອງກອງທັບ 3 ປະເທດຈະພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວຝືກຊ້ອມກອບກູ້, ຝືກຊ້ອມເສນາຮັກ, ການແຂ່ງຂັນກິລາດ້ານການທະຫານ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີລະຫວ່າງກອງທັບ 3 ປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ກອງທັບສາມປະເທດແບງປັນປະສົບການ, ຄວາມຮູ້, ເພີ່ມທະວີການສົມທົບກັນສາກົນໃນຂົງເຂດກອບກູ້ໄພພິບັດ, ເສນາຮັກ…

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top