• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ 2022, ຜັນ​ຂ​ະ​ຫຍາຍ​ແຜນ​ການ​ປີ 2023

"ວີທີການຈັດຕັ້ງເຄື່ອນໄຫວຕິດຕາມກວດກາຂອງ ສະພາປະຊາຊົນຂັ້ນແຂວງມີການປ່ຽນແປງຢ່າງຈະແຈ້ງ, ເປັນຕົ້ນແມ່ນພາຍຫຼັງ ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 594 ລົງວັນທີ 12 ກັນຍາ ປີ 2022 ກ່ຽວກັບການແນະນຳການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ."
  ທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ   

ຕອນເຊົ້າວັນທີ 21 ກຸມພາ, ຢູ່ນະຄອນຮະລອງ, ແຂວງ ກ໋ວາງນິງ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດ ກອງປະຊຸມທົ່ວປະເທດສະຫຼຸບວຽກງານສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງປີ 2022 ແລະ ຜັນຂະຫຍາຍແຜນການປະຕິບັດງານປີ 2023. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເປັນປະທານກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ວີທີການຈັດຕັ້ງເຄື່ອນໄຫວຕິດຕາມກວດກາຂອງ ສະພາປະຊາຊົນຂັ້ນແຂວງມີການປ່ຽນແປງຢ່າງຈະແຈ້ງ, ເປັນຕົ້ນແມ່ນພາຍຫຼັງ ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 594 ລົງວັນທີ 12 ກັນຍາ ປີ 2022 ກ່ຽວກັບການແນະນຳການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ. ຕາມນັ້ນແລ້ວ, ໄດ້ເຫັນດີເປັນເອກະພາບ, ຫັນການເຄື່ອນໄຫວຕິດຕາມກວດກາ, ແກ້ໄຂບາງຂໍ້ຈຳກັດ, ຂໍ້ຕິດຂັດໃນການຕິດຕາມກວດກາຂອງສະພາປະຊາຊົນ ເປັນມາດຕະຖານ.ປະກອບສ່ວນຍົກສູງຄຸນນະພາບ, ຜົນສັກສິດ, ປະສິດທິພົນຂອງການເຄື່ອນໄຫວຕິດຕາມກວດກາ ຂອງສະພາປະຊາຊົນ, ໝາກຜົນຂອງການເຄື່ອນໄຫວຂອງສະພາປະຊາຊົນນັບມື້ນັບຢັ້ງຢືນ ບົດບາດເປັນອົງການອຳນາດການປົກຄອງແຫ່ງລັດ ຢູ່ ທ້ອງຖິ່ນ, ຕາງໜ້າສະແດງໃຫ້ເຈດຈຳນົງ, ຄວາມມຸ່ງຫວັງ ແລະ ສິດເປັນເຈົ້າຂອງ ຂອງປະຊາຊົນຢູ່ທ້ອງຖິ່ນ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top