• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນຊາວ​ຄຼິດ​ຫວຽດ​ນາມ ​ເພື່ອ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຄັ້ງ​ທີ 8

ຊາວຄຼິດ ຫວຽດນາມ ມີຄວາມຈົ່ງຮັກພັກດີຕໍ່ເສັ້ນທາງຂອງ ສະພາສັງຄະລາດ ນັ້ນແມ່ນ ດຳລົງຊີວິດຕາມຫຼັກພະທຳຄຳສັ່ງສອນຂອງພະເຢ ທ່າມກາງຈິດໃຈຂອງຊາດ, ນຳຄວາມຜາສຸກມາໃຫ້ພໍ່ແມ່ປະຊາຊົນ”.
ທ່ານໂດວັນຈຽນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບການມອບສິດຈາກປະທານປະເທດ ມອບຫຼຽນກາແຮງງານຊັ້ນ 3 ໃຫ້ແກ່ສ່ວນບຸກຄົນ 2 ຄົນ

ດ້ວຍຫົວຂໍ້ “ຮ່ວມເດີນທາງ - ແບ່ງປັນ - ຮັບໃຊ້”  ກອງປະຊຸມໃຫຍ່ ຜູ້ແທນ ຊາວຄຼິດ ຫວຽດນາມ ເພື່ອການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຄັ້ງທີ 8 (ອາຍຸການ 2023 - 2028) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ມີໜ້າທີ່ສະຫຼຸບ, ຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 7 ອາຍຸການ 2018 - 2023, ສ້າງທິດທາງ, ໜ້າທີ່ໃຫ້ແກ່ຂະບວນການແຂ່ງຂັນຮັກຊາດ ໃນພໍ່ແມ່ປະຊາຊົນຊາວຄຼິດ ໄລຍະ 2023 - 2028.

ຕາມຄຸນພໍ່ ເຈິ່ນຊວັນແມັງ, ປະທານຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ຫວຽດນາມແລ້ວ, ຊາວຄຼິດ ຫວຽດນາມ ມີຄວາມຈົ່ງຮັກພັກດີຕໍ່ເສັ້ນທາງຂອງ ສະພາສັງຄະລາດ ນັ້ນແມ່ນ ດຳລົງຊີວິດຕາມຫຼັກພະທຳຄຳສັ່ງສອນຂອງພະເຢ ທ່າມກາງຈິດໃຈຂອງຊາດ, ນຳຄວາມຜາສຸກມາໃຫ້ພໍ່ແມ່ປະຊາຊົນ” ແລະ ຕາມຄຳເຕືອນຂອງ ສັນຕະປາປາ Benedicto XVI ແມ່ນ “ຊາວຄຼິດທີ່ດີ ກໍ່ແມ່ນພົນລະເມືອງດີ”. ຄຸນພໍ່ ເຈິ່ນຊວັນແມັງ ແບ່ງປັນວ່າ:

ພວກຂ້າພະເຈົ້າ ເອົາໃຈໃສ່ເຖິງການໂຄສະນາໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ເພື່ອໃຫ້ເຂົາເຈົ້າມີສະຕິໃນການປະຕິບັດແຜນນະໂຍບາຍ, ແນວທາງຂອງລັດ. ພວກຂ້າພະເຈົ້າໄດ້ລະດົມພໍ່ແມ່ປະຊາຊົນ ເຂົ້າຮ່ວມບັນດາຂະບວນການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ, ບັນດາໂຄງການສະຫວັດດີການ, “ການຮັກແພງສັງຄົມ” ຢ່າງຕັ້ງໜ້າ. ພວກຂ້າພະເຈົ້າກໍ່ລະດົມທຸກໆຄົນໃນສາສະໜາຈົ່ງສາມັກຄີກັນ ເພື່ອສ້າງສາ, ປົກປັກຮັກສາປະເທດຊາດ, ມີຄວາມເອກອ້າງທະນົງໃຈວ່າ ເຮົາແມ່ນລູກຫຼານ ຫວຽດນາມ ແລະ ຮູ້ສຶກດີໃຈເມື່ອປະເທດຊາດຕ້ອງການຕົນເອງ, ລະດົມຊາວຄຼິດເຂົ້າຮ່ວມວຽກງານຕ່າງໆຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top