• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 6 - ເຊິ່ງເປັນກອງປະຊຸມກາງອາຍຸການ ດ້ວຍວຽກງານຈຳນວນຫຼາຍ ແລະ ມີຫຼາຍບັນຫາສັບສົນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ (ພາບ: quochoi.vn)

ເຂົ້າຮ່ວມວາລະໄຂກອງປະຊຸມ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ ພ້ອມດ້ວຍສະມາຊິກສະພາແຫ່ງຊາດຫຼາຍກວ່າ 490 ທ່ານ. ວາລະໄຂກອງປະຊຸມ ໄດ້ຮັບການຖ່າຍຖອດສົດ ທາງວິທະຍຸກະຈາຍສຽງ ຫວຽດນາມ, ໂທລະພາບແຫ່ງຊາດ, ໂທລະພາບສະພາແຫ່ງຊາດ ຫວຽດນາມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ໃນກອງປະຊຸມກາງອາຍຸການນີ້, ສະພາແຫ່ງຊາດ ຊຸດທີ  XV ຈະພິຈາລະນາບັນດາບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ຫວຽດນາມ ປີ 2023; ພິຈາລະນາ ແລະ ຕົກລົງກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງ ປີ 2024, ໃນນັ້ນ ມີວິທີການປະຕິຮູບເງິນເດືອນ ນັບແຕ່ເດືອນ ກໍລະກົດ 2024; ພິຈາລະນາບັນດາບົດລາຍງານຕີລາຄາກາງອາຍຸການ ໝາກຜົນການປະຕິບັດບັນດາແຜນການ 5 ປີ ໄລຍະ 2021 – 2025 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ການລົງທຶນສາທາລະນະໄລຍະກາງ, ການເງິນແຫ່ງຊາດ ແລະ ເງິນກູ້, ຊຳລະໜີ້ສາທາລະນະ… ກ່ຽວກັບວຽກງານສ້າງກົດໝາຍ, ສະພາແຫ່ງຊາດ ຈະພິຈາລະນາຮັບຮອງເອົາຮ່າງກົດໝາຍ 9 ສະບັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ:

“ເພື່ອຮັບປະກັນຄຸນນະພາບຂອງຮ່າງກົດໝາຍ 9 ສະບັບດັ່ງກ່າວ, ຮ່າງກົດໝາຍ ແລະ ຮ່າງມະຕິອື່ນໆ ເຊິ່ງຄາດວ່າຈະຮັບຮອງເອົາໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະໂຮມປະຊຸມປະກອບຄຳເຫັນ, ຮັບເອົາຄຳເຫັນ, ອະພິປາຍຢ່າງລະອຽດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາໃນໄລຍະສຸດທ້າຍຂອງກອງປະຊຸມ. ສຳລັບບັນດາຮ່າງກົດໝາຍ ເຊິ່ງສະພາແຫ່ງຊາດ ຈະປະກອບຄຳເຫັນຄັ້ງທຳອິດນັ້ນ, ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຕ້ອງຍົກສູງນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາ, ສະຫງວນເວລາຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດ, ປະກອບຫຼາຍຄຳເຫັນຢ່າງເລິກເຊິ່ງນັບແຕ່ຫົວທີ ເພື່ອຮັບປະກັນຄຸນນະພາບສູງສຸດໃນ ເວລາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງຕໍ່ໄປ”.

ໃນກອງປະຊຸມຄັ້ງນີ້, ການເຄື່ອນໄຫວຕິດຕາມກວດກາການຊັກຖາມ, ຕອບຄຳຊັກຖາມ ຈະໄດ້ດຳເນີນໃນເວລາ 2 ມື້ເຄິ່ງ.

ຫຼັງຈາກນັ້ນ, ສະພາແຫ່ງຊາດ ຈະຮັບຟັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບົດລາຍງານໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023; ຮ່າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024.

ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV ຖືກຈັດແບ່ງເປັນ 2 ໄລຍະ (ໄລຍະທີ 1 ດຳເນີນແຕ່ວັນທີ 23 ຕຸລາ ຫາວັນທີ 10 ພະຈິກ; ໄລຍະທີ 2 ແມ່ນແຕ່ວັນທີ 20 ພະຈິກ ຫາວັນທີ 28 ພະຈິກ).

(ແຫຼ່ງຄັດຈາກ VOV)

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ ບ​ຣາ​ຊິນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກືອງ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ຈະມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 27 ມີນາ ຫາວັນທີ 29 ມີນາ. ການຢ້ຽມຢາມຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານ ກັບບຣາຊິນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບ ອາເມລິກາລາຕິນ, ເຮັດໃຫ້ເລິກເຊິ່ງກ່ວາ ແລະ ເປີດຫຼາຍໂອກາດຮ່ວມມືໃໝ່.

Top