• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 55

ວັນທີ 3 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 55 (AMM - 55) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ.
  ທ່ານ Samdech Techo Hunsen ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຄຳເຫັນທີ່ພິທີໄຂ  

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Samdech Techo Hunsen ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຫວນຄືນໄລຍະທາງແຫ່ງການພັດທະນາ 55 ປີຂອງອາຊຽນ; ພ້ອມທັງເນັ້ນໜັກວ່າ ໃນສະພາບການພາກພື້ນ ແລະ ສາກົນນັບມື້ນັບຍາກທີ່ຈະຄາດຄະເນໄດ້, ສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ, ຍິ່ງກ່ວາເວລາໃດໝົດ,  ອາຊຽນຕ້ອງສາມັກຄີ, ເສີມຂະຫຍາບົດບາດໃຈກາງ, ໜູນຊ່ວຍການສ້າງປະຊາຄົມ “ເປັນເອກະພາບໃນຫຼາຍຮູບແບບ”, ສະໜິດຕິດພັນ, ກວມລວມ ແລະ ຮ່ວມມື. ເພື່ອສືບຕໍ່ຮັກສາທ່ວງທ່າການຮ່ວມມື, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສະເໜີໃຫ້ອາຊຽນເພີ່ມທະວີການສົມທົບຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຊຸດໂຊມທາງດ້ານສິ່ງແວດລ້ອມ, ຄິດໄລ່ຊັ່ງຊາໃນການສ້າງຂໍ້ຕົກລົງຂຽວ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດຈາກສັນຍາຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ໄດ້ຢ່າງສຸດຂີດ.

ພາຍຫຼັງພິທີໄຂ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ ໃນຂອບເຂດ ກອງປະຊຸມ AMM – 55.

ກອ່ນພິທີໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen, ພົບປະກັບຮອງນາຍົກລັດຖະມົຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ທ່ານ Prak Sokhonn, ປະທານກອງປະຊຸມ AMM – 55.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top