• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ​ເປີດກວ້າງ​ຄັ້ງ​ທີ 9

ຕອນເຊົ້າວັນທີ 23 ພະຈິກ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ Siem Reap, ປະເທດ ກຳປູເຈຍ.
  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen  

ເຂົ້າຮ່ວມກອງປະຊຸມມີ ລັດຖະມົນຕີກະຊວງປ້ອງກັນປະເທດ, ການນຳກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຕາງໜ້າ ກະຊວງປ້ອງກັນບັນດາປະເທດຄູ່ຮ່ວມມືລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ, ສະຫະພັນ ລັດເຊຍ ແລະ ອາເມລິກາ, ຄະນະຜູ້ແທນການທະຫານ ຂັ້ນສູງ ຫວຽດນາມໂດຍແມ່ນທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນກ່ອນວາລະໄຂ ADMM+, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເນັ້ນໜັກວ່າ ຢ່າງໜ້ອຍສຸດແມ່ນຕ້ອງການ 5 ປັດໄຈເພື່ອປະຕິບັດ “ການຫັນພື້ນຖານຄວາມໝັ້ນຄົງໃຫ້ມີຄວາມປອງດອງ” ໃນພາກພື້ນ. ນັ້ນແມ່ນ: ຊຸກຍູ້ບົດບາດໃຈກາງຂອງອາຊຽນ; ຊຸກຍູ້ໂຄງສ້າງຄວາມໝັ້ນຄົງພາກພື້ນເປີດ, ກວມລວມ ແລະ ອີງໃສ່ລະບຽບກົດໝາຍ; ເພີ່ມທະວີການຮ່ວມມືປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຖືປະຊາຊົນເປັນໃຈກາງ ແລະ ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ; ຊຸກຍູ້ຄວາມໝັ້ນຄົງຢ່າງຮອບດ້ານ; ຊຸກຍູ້ຄວາມໝັ້ນຄົງເພື່ອຮ່ວມມື.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top