• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງບັນດາເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ; ກະກຽມວຽກງານຊີ້ນຳດຳເນີນກອງປະຊູມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ບາງບັນຫາສຳຄັນອື່ນ.
 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ 

ຕອນເຊົ້າວັນທີ 16 ພຶດສະພາ, ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ. ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງບັນດາເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ; ກະກຽມວຽກງານຊີ້ນຳດຳເນີນກອງປະຊູມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ ແລະ ບາງບັນຫາສຳຄັນອື່ນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຈະດຳເນີນໃນຕົ້ນປີ 2026. ບັນດາຮ່າງເອກະສານ, ບົດລາຍງານການເມືອງ ຕ້ອງມີລັກສະນະສັງເຂບກວມລວມບັນດາບັນຫາທີ່ເປັນທັດສະນະ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກໃນບັນດາຂົງເຂດຂອງຊີວິດສັງຄົມ:

        “ບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານກໍ່ສ້າງພັກ ແລະ ດຳເນີນກົດລະບຽບຂອງພັກ ແມ່ນບັນດາບົດລາຍງານຕາມຫົວເລື່ອງສະເພາະ, ລົງເລິກ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ກໍ່ສ້າງ, ປັບປຸງພັກ, ແມ່ນຫຼັກຖານອັນລະອຽດເພື່ອພິສູດໃຫ້ແກ່ຄວາມຖືກຕ້ອງຂອງບັນດາຂໍ້ສັງເກດ, ຕີລາຄາສະພາບການ ແລະ ເຊື່ອມຊຶມ, ຫັນບັນດາການກຳນົດທິດໃຫຍ່ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການທີ່ໄດ້ລວບລວມໃນບົດລາຍງານການເມືອງ ເປັນລະອຽດ. ຕ້ອງມີຄວາມເໝາະສົມ, ສອດຄ່ອງ, ສະເໝີຕົ້ນສະເໝີປາຍກັບທັດສະນະ, ກຳນົດທິດໃຫຍ່ທີ່ໄດ້ຍົກອອກໃນບົດລາຍງານການເມືອງ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top