• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 53 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານການປະຕິບັດງານ ອາຍຸການ 2016 – 2021 ຂອງລັດຖະບານ, ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV, ການປັບປຸງຄັ້ງທີ 1 ຂອງໂຄງປະກອບ, ພາກສ່ວນ, ຈຳນວນບຸກຄະລາກອນຂອງອົງການ, ສຳນັກງານ, ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ຮັບການນຳສະເໜີ ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນກ່າວຄຳເຫັນໄຂວາລະປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 22 ກຸມພາ, ວາລະປະຊຸມຄັ້ງທີ 53 ຂອງຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ວາລະປະຊຸມໄດ້ດຳເນີນໃນເວລາ 1 ວັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານການປະຕິບັດງານ ອາຍຸການ 2016 – 2021 ຂອງລັດຖະບານ, ໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV, ການປັບປຸງຄັ້ງທີ 1 ຂອງໂຄງປະກອບ, ພາກສ່ວນ, ຈຳນວນບຸກຄະລາກອນຂອງອົງການ, ສຳນັກງານ, ຫົວໜ່ວຍຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງໄດ້ຮັບການນຳສະເໜີ ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃຫ້ຮູ້ວ່າ:

ກ້າວເຂົ້າສູ່ປີ ສະຫຼຸ 2021, ສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2020, ພ້ອມກັບບັນຍາກາດໃໝ່, ໄຊຊະນະໃໝ່ຈາກຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ຄະນະປະຈຳສະພາແຫ່ງຊາດ ຈະສືບຕໍ່ເສີມຂະຫຍາຍຈິດໃຈເຮັດວຽກ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນຢ່າງສູງສຸດ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກ ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top