• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສໂອ້ລົມສົນທະນາທະເລຄັ້ງທີ 12

ດ້ວຍຖານະບົດບາດແມ່ນປະເທດການຄ້າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ທາງອາກາດ, ເຊື່ອມຕໍ່ດ້ານທະເລບໍ່ຖືກກີດຂວາງຕາມກົດໝາຍສາກົນ.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ວັນທີ 15 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ສະຖາບັນການຕ່າງປະເທດ ໄດ້ສົມທົບກັບກອງທຶນ Konrad Adenauer Stiftung (KAS - ເຢຍລະມັນ) ຈັດເວທີປາໄສໂອ້ລົມສົນທະນາທະເລຄັ້ງ 12 ດ້ວຍຫົວຂໍ້ວ່າ: “ຊກຍູ້ການເຊື່ອມຕໍ່ທາງທະເລ - ເພີ່ມທະວີຄວາມຕິດພັນທົ່ວໂລກ”.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນມິງຫວູ້, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ, ດ້ວຍຖານະບົດບາດແມ່ນປະເທດການຄ້າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງກ່ຽວກັບຄວາມປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ທາງອາກາດ, ເຊື່ອມຕໍ່ດ້ານທະເລບໍ່ຖືກກີດຂວາງຕາມກົດໝາຍສາກົນ.

\ເວທີປາໄສໂອ້ລົມສົນທະນາທະເລຄັ້ງທີ 12 ລວມມີ 4 ວາລະປະຊຸມ, ດ້ວຍບັນດາຫົວຂໍ້, ຄື: “ເຊື່ອມຕໍ່ບັນດາສາຍທາງທະເລຈຸດສຸມ ເພື່ອຮັບປະກັນລະບົບສະໜອງທົ່ວໂລກ”, “ທ່າກຳປັ່ນອັດສະລິຍະແບບຍືນຍົງ: ທ່າອ່ຽງບໍ່ສາມາດຕ່າວປີ້ນໄດ້ໃນພື້ນຖານເສດຖະກິດທະເລສີຂຽວ”, “ເຊື່ອມຕໍ່ພື້ນຖານໂຄງລ່າງທາງທະເລໃນສັງກະລາດດີຈີຕອນ” ແລະ “ເຊື່ອມຕໍ່ເຄືອຂ່າຍແລວສີຂຽວຢູ່ທະເລ”.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top