• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 6

      ໃນຂອບເຂດ  EEF 2021 ຍັງມີບັນດາການໂອ້ລົມສົນທະນາດຳເນີນທຸລະກິດ ລັດເຊຍ-ອາຊຽນ, ລັດເຊຍ-ສ.ເກົາຫຼີ, ລັດເຊຍ-ຍີ່ປຸ່ນ, ລັດເຊຍ-ເອີລົບ…
ຂອບເຂດມະຫາວິທະຍາໄລສັງລວມຕາເວັນອອກໄກແຫ່ງຈັດ EEF 2021 (ພາບ: VOV Moscow)
      ຕອນເຂົ້າວັນທີ 2 ກັນຍາ, ເວທີປາໄສເສດຖະກິດຝ່າຍຕາເວັນອອກຄັ້ງທີ 6 (EEF) ໄດ້ໄຂຂຶ້ນຢູ່ນະຄອນທ່າກຳປັ່ນ Vladivostok ເຂດຕາເວັນອອກໄກ ປະເທດລັດເຊຍ. EEF 2021 ໄດ້ດຳເນີນໄປຮອດວັນທີ 4 ກັນຍາ ຕາມທັງສອງຮູບແບບໂດຍກົງ ແລະ ອອນລາຍ ໂດຍມີການເຂົ້າຮ່ວມຂອງປະມຸກລັດຫຼາຍປະເທດ, ປະຊາຄົມວິສາຫະກິດ, ບັນດານັກຊ່ຽວຊານ, ໄວໜຸ່ມຢູ່ພາຍໃນ ແລະ ຕ່າງປະເທດ. ຫົວເລື່ອງຕົ້ນຕໍຂອງ EEF 2021 ແມ່ນ “ກາລະໂອກາດໃຫ້ແກ່ເຂດຕາເວັນອອກໄກໃນໂລກພວມຫັນປ່ຽນ”.
     ໃນຂອບເຂດ  EEF 2021 ຍັງມີບັນດາການໂອ້ລົມສົນທະນາດຳເນີນທຸລະກິດ ລັດເຊຍ-ອາຊຽນ, ລັດເຊຍ-ສ.ເກົາຫຼີ, ລັດເຊຍ-ຍີ່ປຸ່ນ, ລັດເຊຍ-ເອີລົບ….ບັນດາກອງປະຊຸມສຳມະນາອື່ນໆລວມມີ: “ການພົວພັນຄູ່ຮ່ວມມືອາຊີ-ເອີລົບ ເປີດກ້ວາງຄືກົນໄກເຊື່ອມໂຍງທີ່ມີປະສິດທິຜົນ”, “ກອງປະຊຸມສາກົນ ເອເປັກ ກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ”…
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top