• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສູນໜັງສືພິມສາກົນ ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ

ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການ ຕ່າງປະເທດ ແລະ ບັນດາຜູ້ແທນ ຕັດແຖບຜ້າໄຂ ສູນ ໜັງສືພິມສາກົນ ຮັບໃຊ້ກອງປະຊຸມສຸດຍອດ ສ ອາເມລິ ກາ - ສປປ ເກົາຫຼີ ຄັ້ງທີ 2. ພາບ: ວັນດຽບ/VNA

ໃນເວລາ 15 ໂມງ ວັນທີ 23 ກຸມພາ, ທ່ານ ຟ້າມບິ່ງມິນ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພ້ອມກັບຜູ້ຕາງໜ້າ ການນຳລັດຖະບານ, ບັນດາ ກະຊວງ, ຂະແໜງການ ຂອງສູນກາງ ແລະ ນະຄອນຮ່າໂນ້ຍ ໄດ້ ຕັດແຖບຜ້າໄຂສູນໜັງສືພິມສາກົນ ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ທີ່ ຫໍວັດທະນະທຳມິດ ຕະ ພາບ (ເຮືອນເລກ ທີ 91 ຖະໜົນ ເຈິ່ນຮຶງດ້າວ, ເມືອງ ຮວ່ານ ກ໋ຽມ, ຮ່າໂນ້ຍ).

ສູນໜັງສືພິມສາກົນດັ່ງກ່າວ ຈະເຂົ້າສູ່ການເຄື່ອນໄຫວ ຢ່າງ ເປັນທາງການ ແຕ່ວັນທີ 26 ກຸມພາ - ວັນທີ 1 ມີນາ 2019.

ສູນໜັງສືພິມສາກົນ ໄດ້ຮັບການກໍ່ສ້າງ ຢູ່ໃນຂອບເຂດບໍລິ ເວນ ກວ້າງ 3 ເຮັກຕາ ຂອງ ຫໍວັດທະນະທຳມິດຕະພາບ ທີ່ ຖະໜົນເຈິ່ນຮຶງດ້າວ ຊຶ່ງ ບ່ອນນີ້ ແມ່ນສູນຈັດ ບັນດາການ ເຄື່ອນໄຫວ ວັດທະນະທຳ ຂະໜາດໃຫຍ່ ແລະ ພົ້ນເດັ່ນ ຂອງ ນະຄອນ ຫຼວງ ຮ່າໂນ້ຍ ໃນຕະຫຼອດ 30 ປີຜ່ານມາ.

ຕີລາຄາກ່ຽວກັບການກຽມພ້ອມ ແລະ ຕັດສິນໃຈ ຂອງ ຫວຽດ ນາມ ໃນຖານະເປັນປະເທດເຈົ້າພາບ ຈັດກອງປະຊຸມສຸດ ຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມ ບິ່ງ ມິນ ໃຫ້ຮູ້ວ່າ ວຽກງານກະກຽມ ແລະ ສ້າງສຳເລັດ ສູນໜັງສື ພິມສາກົນ ໄດ້ດຳເນີນໄປໃນເວລາກວ່າໜຶ່ງອາທິດ ດ້ວຍການ ປະສານ ສົມທົບຢ່າງແໜ້ນແຟ້ນ ຂອງ ບັນດາກະຊວງ ແລະ ຂະແໜງການ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ຟ້າມບິ່ງມິນ ໄດ້ເນັ້ນໜັກວ່າ: “ມາຮອດຈຸດເວລານີ້, ພວກເຮົາ ສາມາດຢືນຢັນໄດ້ວ່າ ພວກເຮົາໄດ້ກຽມພ້ອມ ໃຫ້ ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຊຶ່ງຈະໄດ້ຈັດຂຶ້ນ ຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 27-28 ກຸມ ພາ ກໍຄື ບັນດາ ການເຄື່ອນໄຫວສອງຝ່າຍທີກ່ຽວຂ້ອງ”.

ທ່ານ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນີ້ແມ່ນຄວາມພະຍາ ຍາມສຸດທີ່ໃຫຍ່ຫຼວງ ຂອງ ຖັນແຖວພະນັກງານ, ກຳມະກອນ, ລັດຖະກອນ ຂອງ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ໃນຊ່ວງເວລາ ອັນສັ້ນໆ ໄດ້ເຮັດໃຫ້ສຳເລັດບໍລິມາດວຽກງານ ໃນທຸກຂັ້ນຕອນ ເຊັ່ນ: ການປ້ອງກັນຄວາມສະຫງົບ, ພິທີການ ຮັບຕ້ອນແຂກ, ພະລາທິການ...  ດ້ວຍບົດຮຽນການຈັດຕັ້ງ, ດ້ວຍການປະສານສົມທົບ ຢ່າງແໜ້ນແຟ້ນ ຂອງ ບັນດາກະ ຊວງ, ຂະແໜງການ ໄດ້ຮັບປະກັນ ວຽກງານເປັນໄປ ຖືກຕາມ ທີ່ໄດ້ກຳນົດໄວ້.


ໂດຍ: VNA/VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top