• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາວັດທະນະທຳ ການທ່ອງທ່ຽວແຂວງດົ່ງທາບ 2021

      ສັບປະດາວັດທະນະທຳການທ່ອງທ່ຽວແຂວງດົ່ງທາບ ແມ່ນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ຊັບພະຍາກອນທຳມະຊາດ ແລະ ໝູ່ບ້ານຫັດຖະກຳ ຂອງທ້ອງຖິ່ນ ເຊິ່ງຕິດພັນກັບການພັດທະນາການທ່ອງທ່ຽວ.
ໄຂສັບປະດາວັດທະນະທຳ ການທ່ອງທ່ຽວແຂວງດົ່ງທາບ 2021
      ຕອນຄ່ຳວັນທີ 22 ມັງກອນ, ຢູ່ນະຄອນ ຊາແດັກ, ແຂວງດົ່ງທາບ, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ ການທ່ອງທຽວແຂວງ ດົ່ງທາບປີ 2021 ດ້ວຍຫົວຂໍ້ວ່າ “ຊາແດັກ -ຄຸ້ມຖະໜົນ ແລະ ດອກໄມ້”. ເຫດການໄດ້ດຳເນີນແຕ່ວັນທີ 22 ຫາ 27 ມັງກອນ. ສັບປະດາວັດທະນະທຳການທ່ອງທ່ຽວແຂວງດົ່ງທາບ ແມ່ນການເຄື່ອນໄຫວປະຈຳປີ ເພື່ອແນໃສ່ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ, ຊັບພະຍາກອນທຳມະຊາດ ແລະ ໝູ່ບ້ານຫັດຖະກຳ ຂອງທ້ອງຖິ່ນ ເຊິ່ງຕິດພັນກັບການພັດທະນາການທ່ອງທ່ຽວ. ທ່ານ ດ່ວານເຕິ໊ນບຶ໋ວ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ຢັ້ງຢືນວ່າ:
        ສັບປະດາວັດທະນະທຳການທ່ອງທ່ຽວດົ່ງທາບ ໄດ້ຈັດຂຶ້ນຢູ່ນະຄອນແຫ່ງດອກໄມ້, ນະຄອນຮ່ຳຮຽນດ້ວຍບັນດາການເຄື່ອນໄຫວທີ່ເປັນໜ້າປະທັບໃຈ ແລະ ມີການເຂົ້າຮ່ວມວາງສະແດງແນະນຳຄວາມເປັນເອກະລັກສະເພາະຂອງ  ແຂວງ, ນະຄອນ 12 ແຫ່ງໃນເຂດ ຈະສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ ກ່ຽວກັບການດຳລົງຊີວິດດ້ານວັດທະນະທຳ, ສິລະປະ,   ອາຫານການກິນກໍ່ຄືຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງດົ່ງທາບເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ.
(ແຫຼ່ງຄັດຈາກ VOV)
 
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top