ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສະຫະປະຊາຊາດ (ສປຊ) ທີ່ ນິວຢອກ (ອາເມລິກາ), ວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81 ຫົວຂໍ້ "ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ສ້າງການຫັນປ່ຽນ: ສປຊ ກະທຳເພື່ອທຸກໆຄົນ", ໄດ້ໄຂຂຶ້ນຢ່າງເປັນທາງການ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ António Guterres, ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ທ່ານ Khalilur Rahman, ປະທານກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງຮ່ວມແຮງຮ່ວມໃຈກັນເພື່ອແກ້ໄຂບັນດາສິ່ງທ້າທາຍທາຍທົ່ວໂລກ ໂດຍອີງໃສ່ ການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.
ໃນຂະນະນັ້ນ, ການນຳຂັ້ນສູງຂອງຫຼາຍປະເທດກໍ່ແບ່ງປັນທັດສະນະທີ່ຖືວ່າ ໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ; ສະແດງການສະໜັບສະໜູນຢ່າງແຂງແຮງຕໍ່ບົດບາດໃຈກາງຂອງ ສປຊ ໃນລະບົບຫຼາຍຝ່າຍ ແລະ ຊຸກຍູ້ວິວັດການປະຕິຮູບອົງການນີ້ ເພື່ອຮັບມືກັບບັນດາວິກິດການທີ່ພວມເພີ່ມຂຶ້ນຢ່າງປະສິດທິຜົນກວ່າ.
ວາລະປຶກສາຫາລືຂັ້ນສູງນອນໃນຂອບຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81 ຈະແກ່ຍາວແຕ່ວັນທີ 22 - 28 ກັນຍາ.






