• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນ​ປຶ້ມ ແລະ ວັດ​ທະ​ນະ​ທຳ​ອ່ານ ຫວຽດ​ນາມ ປີ 2023 ຢູ່ ເຫວະ

ຕອນຄ່ຳວັນທີ 21 ເມສາ, ຢູ່ແຂວງເທື່ອທຽນເຫວະ, ໄດ້ໄຂວັນປຶ້ມ ແລະ ວັດທະນະທຳອ່ານ ຫວຽດນາມ ຄັ້ງທີ 2 ປີ 2023 ໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວັດທະນະທຳ ແລະ ການທ່ອງຫ່ຽວ ຫວຽດນາມ ພ້ອມກັບຄະນະກຳມະການ ປຊຊ ແຂວງ ເທື່ອທຽນເຫວະ ສົມທົບກັນຈັດຂຶ້ນ.
  ຕັດແຖບຜ້າໄຂພິທີ   

ວັນທີ 21 ເມສາ ແມ່ນວັນປຶ້ມ ແລະ ວັດທະນະທຳອ່ານ ຫວຽດນາມ. ປີນີ້, ບັນດາການເຄື່ອນໄຫວຂອງວັນປຶ້ມ ແລະ ວັດທະນະທຳອ່ານ ຫວຽດນາມ ໄດ້ເລີ່ມແຕ່ວັນທີ 21 ແລະ ຈະແກ່ຍາວຮອດວັນທີ 25 ເມສາ ຢູ່ນະຄອນ ເຫວະ ຊື່ງຈະແນະນຳກັບທ່ານຜູ້ອ່ານ ແລະ ແຂກທ່ອງທ່ຽວ ບັນດາປຶ້ມເລື່ອງທີ່ມີຄຸນຄ່າກ່ຽວກັບວັດທະນະທຳ ເຫວະ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ: ບັນດາສານຕົ້ນຕໍຂອງວັນປຶ້ມ ແລະ ວັດທະນະທຳອ່ານປີນີ້ແມ່ນ “ປຶ້ມ: ສະຕິຄວາມຮັບຮູ້-ການປ່ຽນແປງໃໝ່-ປະດິດຄະດສ້າງ” “ປຶ້ມໃຫ້ຂ້ອຍ ແລະ ໃຫ້ເພື່ອນ” “ຍຸກສະໄໝໃໝ່ຮຽກຮ້ອງຕ້ອງມີສະຕິຄວາມຮັຍຮູ້ໃໝ່. ວິທີເຮັດໃໝ່”:

ບັນດາລາຍການເຄື່ອນໄຫວ ແລະ ເຫດການຂ່ຳນັບຊົມເຊີຍວັນປຶ້ມ ແລະ ວັດທະນະທຳອ່ານ ຫວຽດນາມ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນ ເຫວະ ກໍ່ຄືຢູ່ທຸກແຖບຖິ່ນຂອງປະເທດຊາດໃນຊຸມວັນຈະມາເຖິງ ຈະເສີມຂະຫຍາຍຄວາມງາມອັນເປັນມູນເຊື້ອ, ເຊີດຊູປຶ້ມ ແລະ ຜູ້ເຮັດປຶ້ມ ໃນຂະບວນການອ່ານປຶ້ມ.

 

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top