• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ

      ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ ເຂດພາກກາງ-ໄຕງວຽນ ປີ 2019” ໄດ້ໄຂຂຶ້ນເມື່ອຕອນຄ່ຳວັນທີ 17 ພຶດສະພາຢູ່ແຂວງເທື່ອທຽນເຫ້ວ.
ນັກສະແດງລາວໃນວັນບຸນ     
      ມີນັກສິລະປີນ, ນັກສະແດງທີ່ເປັນຊາວຊົນເຜົ່າສ່ວນໜ້ອຍນັບຮ້ອຍຄົນຂອງ 5 ແຂວງ: ກວ໋າງຈິ, ເທື່ອທຽນເຫ້ວ, ກວ໋າງນາມ, ກວ໋າງຫ໋ງາຍ, ກອນຕຸມ ແລະ 4 ຄະນະສີລະປະກອນປະເທດລາວ ໄດ້ເຂົ້າຮ່ວມພິທີໄຂ.
      
ລາຍການສະແດງ 1 ໃນວັນບຸນ
      ດ້ວຍຫົວເລື່ອງ “ສາມັກຄີ, ມິດຕະພາບ ແລະ ການພັດທະນາ”,  ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງເຂດຊາຍແດນຫວຽດນາມ-ລາວ ເຂດພາກກາງ-ໄຕງວຽນ ປີ 2019 ແມ່ນການເຄື່ອນໄຫວເພື່ອເຊີດຊູ, ແນະນຳ, ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອອັນພິເສດສະເພາະຂອງປະຊາຄົມບັນດາເຜົ່າ; ພ້ອມທັງເພີີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມື ແລະ ແລກປ່ຽນວັດທະນະທຳລະຫວ່າງບັນດາແຂວງຊາຍແດນຂອງສອງປະເທດຫວຽດນາມ-ລາວ ໃນວິວັດການແຫ່ງການເຊື່ອມໂຍງ ແລະ ພັດທະນາ.
 (ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

Top