• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງພາບແຕ້ມ “ຄວາມເອກອ້າງທະນົງໃຈຂອງຊາດ”

ງານວາງສະແດງໄດ້ແນະນຳ 40 ພາບແຕ້ມຂອງບັນດານັກແຕ້ມທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ, ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຊາວ ຫວຽດນາມ.
(ງານວາງສະແດງເປີດປະຕູຮັບແຂກມາຢ້ຽມຊົມແຕ່ວັນທີ 21 – 30 ກັນຍາ 2025)

ວັນທີ 21 ກັນຍາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນມຽວ -ກວັກຕືຢາມ (ຮ່າໂນ້ຍ), ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມຽວ - ກວັກຕືຢາມ ໄດ້ສົມທົບກັບວິສາຫະກິດປະດິດຄິດສ້າງ TiredCity ຈັດພິທີໄຂງານວາງສະແດງພາບແຕ້ມ ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຂອງຊາດ”.

ງານວາງສະແດງໄດ້ແນະນຳ 40 ພາບແຕ້ມຂອງບັນດານັກແຕ້ມທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ, ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ຊາວ ຫວຽດນາມ. ພາບແຕ້ມແຕ່ລະແຜ່ນໄດ້ມີເລື່ອງລາວສະເພາະ, ພາບທີ່ລື້ງເຄີຍໃນການອອກແຮງງານ ແລະ ການດຳລົງຊີວິດປະຈຳວັນ, ພ້ອມກັນນັ້ນກໍ່ສ່ອງແສງວັດທະນະທຳ, ຮີດຄອງປະເພນີຂອງບັນດາເຂດພາກທີ່ ເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນແຜ່ກະຈາຍນ້ຳໃຈຮັກຊາດໄປເຖິງມະຫາຊົນ, ພິເສດແມ່ນລຸ້ນໜຸ່ມ.

ງານວາງສະແດງ “ຄວາມເອກອ້າງທະນົງໃຈຕໍ່ຂອງຊາດ” ເປີດປະຕູຮັບແຂກມາຢ້ຽມຊົມແຕ່ວັນທີ 21 – 30 ກັນຍາ 2025.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top