• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານ “ຟ້ອນສາກົນ - 2017”

      ພິທີໄຂງານມະໂຫລານ “ຟ້ອນສາກົນ - 2017” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 16 ກັນຍາ, ຢູ່ແຂວງ ນີງບີ່ງ, ໂດຍກົມສິລະປະການສະແດງ, ສັງກັດກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກສິລະປິນ ຫວຽດນາມ ສົມທົບກັນຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງ 15 ຫົວໜ່ວຍສາກົນ ແລະ 9 ຫົວໜ່ວຍສິລະປະ ຫວຽດນາມ
     
ການສະແດງຂອງຄະນະ K-Arts,  ສ ເກົາຫຼີ
      ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:
      ງານມະໂຫລານ ຟ້ອນສາກົນ - 2017 ແມ່ນງານມະໂຫລານສິລະປະຟ້ອນອາຊີບ ດ້ວຍຂອບຂະໜາດສາກົນ ໄດ້ຮັບການຈັດຕັ້ງເປັນຄັ້ງທີ 2 ຢູ່ ຫວຽດນາມ, ໄດ້ເຕົ້າໂຮມບັນດາຫົວໜ່ວຍສະແດງສິລະປະຟ້ອນທີ່ດີເດັ່ນຂອງຫຼາຍປະເທດດ້ວຍຫຼາຍຮູບແບບການສະແດງສິລະປະຟ້ອນຄື: ຟ້ອນພື້ນເມືອງ, ຟ້ອນທັນສະໄໝ… ງານມະໂຫລານຈະແມ່ນວັນບຸນມີຫົວຄິດປະດິດສ້າງ, ແມ່ນການແຂ່ງຂັນຂອງບັນດານັກສິລະປິນຢູ່ພາຍໃນປະເທດ ແລະ ສາກົນ. ຂ້າພະເຈົ້າຫວັງວ່າ, ງານມະໂຫລານສາກົນ 2017 ຈະສືບຕໍ່ໄດ້ຢັ້ງຢືນເຄື່ອງໝາຍ ໃຫ້ແກ່ງານມະໂຫລານຟ້ອນສາກົນຢູ່ ຫວຽດນາມ ໃນຊຸມປີຕໍ່ໄປ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top