• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”

ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ໄດ້ເຕົ້າໂຮມສຳນັກພິມຈຳໜ່າຍ, ວິສາຫະກິດຈຳໜ່າຍປື້ມໃນທົ່ວປະເທດຫຼາຍກ່ວາ 30 ແຫ່ງ ດ້ວຍປື້ມຫົວຕ່າງໆທີ່ມ່ວນໆ, ມີສີສັນຂອງທັງລອງ - ຮ່າໂນ້ຍ ໃນບັນດາຂົງເຂດ, ຄື: ປະຫວັດສາດ, ວັດທະນະທຳ, ວັນນະຄະດີສີລະປະ, ເສດຖະກິດ - ສັງຄົມ…
ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 6 ຕຸລາ, ຄຸ້ມຖະໜົນຍ່າງອ້ອມໜອງ ຮ່ວານກ໋ຽມ, ຮ່າໂນ້ຍ, ໄດ້ໄຂງານບຸນ ປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ວ່າ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”. ເຫດການໂດຍຄະນະກຳມການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954  10/10/2023).    

        ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ໄດ້ເຕົ້າໂຮມສຳນັກພິມຈຳໜ່າຍ, ວິສາຫະກິດຈຳໜ່າຍປື້ມໃນທົ່ວປະເທດຫຼາຍກ່ວາ 30 ແຫ່ງ ດ້ວຍປື້ມຫົວຕ່າງໆທີ່ມ່ວນໆ, ມີສີສັນຂອງທັງລອງ - ຮ່າໂນ້ຍ ໃນບັນດາຂົງເຂດ, ຄື: ປະຫວັດສາດ, ວັດທະນະທຳ, ວັນນະຄະດີສີລະປະ, ເສດຖະກິດ - ສັງຄົມ… ໃນນັ້ນ, ຍັງມີຮ້ານວາງສະແດງຂອງບັນດາສະຖານທູດ, ຄື: ລາວ, ມຽນມາ, ອີຕາລີ, ເຊິ່ງແນະນຳປື້ມຫົວຕ່າງໆແນະນຳກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:

        “ນະຄອນ ຮ່າໂນ້ຍ ເຊື່ອໝັ້ນ ແລະ ປາດຖະໜາວ່າ ງານບຸນປື້ມ ຮ່າໂນ້ຍ ຄັ້ງນີ້ຈະຊ່ວຍໃຫ້ປະຊາຊົນຍົກສູງແຫຼ່ງພູມປັນຍາຮັບໃຊ້ຊີວິດການເປັນຢູ່, ຮັບໃຊ້ວຽກງານ, ການຮ່ຳຮຽນ, ຄົ້ນຄ້ວາ, ຊ່ວຍໃຫ້ພວກເຮົາທຸກຄົນເພີ່ມຄວາມຮູ້, ຖອດຖອນບົດຮຽນ ແລະ ທັກສະຂອງຕົນ. ງານບຸນປື້ມກໍ່ປະກອບສ່ວນຫັນມະຕິເລກທີ 09 ຂອງຄະນະພັກນະຄອນ ກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳໃນບໍລິເວນນະຄອນເປັນລະອຽດ, ດ້ວຍເປົ້າໝາຍເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ, ມະນຸດ, ສ້າງກຳລັງແຮງພາຍໃນຢ່າງສູງສຸດ”.

        ງານບຸນປື້ມໄດ້ຈັດຂຶ້ນແຕ່ວັນທີ 6 – 8 ຕຸລາ ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top