• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022 ເຊື່ອມຕໍ່ຫຼາຍປະເທດ

ງານຕະຫຼາດນັດດັ່ງກ່າວ ມີຮ້ານຂາຍສິນຄ້າເໝືອນຈິງທາງອອນລາຍ 150 ຮ້ານຂອງບັນດາວິສາຫະກິດທ່ອງທ່ຽວ ແລະ 60 ຄູ່ຮ່ວມມື
  ພິທີງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022 (ພາບ: TTXVN)  

 ງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022, ໂຄສະນາສະຖານທີ່ທ່ອງທ່ຽວຢູ່ ດ່ານັ້ງ ແລະ ທາງພາກກາງ, ເຊື່ອມຕໍ່ການສະໜອງການບໍລິການເພື່ອເປີດປະຕູການທ່ອງທ່ຽວສາກົນ ເຊິ່ງພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 17 ມີນາ.

ງານຕະຫຼາດນັດດັ່ງກ່າວ ມີຮ້ານຂາຍສິນຄ້າເໝືອນຈິງທາງອອນລາຍ 150 ຮ້ານຂອງບັນດາວິສາຫະກິດທ່ອງທ່ຽວ ແລະ 60 ຄູ່ຮ່ວມມືຢູ່ບັນດາຕະຫຼາດ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ອິນເດຍ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາຮ້ານວາງສະແດງຂອງອົງການຄຸ້ມຄອງສະຖານທີ່ທ່ອງທ່ຽວ ແລະ ເຂດ, ທ່ອງທ່ຽວ, ບໍລິສັດການບິນ, ບໍລິສັດທ່ອງທ່ຽວ, ໂຮງແຮມ, ວິສາຫະກິດຂົນສົ່ງ… ມຸ່ງໄປເຖິງວິສາຫະກິດ ແລະ ລູກຄ້າ ດ້ວຍຮູບການວາງສະແດງອອນລາຍ. ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

ງານຕະຫຼາດນັດທ່ອງທ່ຽວທາງອອນລາຍ 2022 ໄຂຂຶ້ນໃນຈຸດເວລາເຊິ່ງພວກເຮົາຫາກໍ່ປະກາດເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່, ເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ, ການເຄື່ອນໄຫວດັ່ງກ່າວມີຄວາມໝາຍສ້າງກຳລັງໜູນໃໝ່, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໄດ້ພົບປະ, ເຊື່ອມຕໍ່ຢ່າງສະດວກ ນັບທັງໂດຍກົງ ແລະ ອອນລາຍ ພາຍຫຼັງໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ-19 ມາເປັນເວລາຍາວນານ”.


(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top