• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ AIPA-45

ກອງປະຊຸມລັດຖະສະພາລະຫວ່າງຊາດ ອາຊຽນຄັ້ງທີ 45 (AIPA-45) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19ຕຸລາ ຢູ່ນະຄອນຫຼວງວຽງຈັນ, ໂດຍມີຄະນະຜູ້ແທນ ລັດຖະສະພາ ສະມາຊິກ, ລັດຖະສະພາສັງເກດການ ແລະ ຄູ່ຮ່ວມ ຂອງ AIPA. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີ້ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ.
ກອງປະຊຸມລັດຖະສະພາລະຫວ່າງຊາດ ອາຊຽນຄັ້ງທີ 45 (AIPA-45) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 19ຕຸລາ ຢູ່ນະຄອນຫຼວງວຽງຈັນ

ກ່າວຄຳເຫັນຊົມເຊີຍຄະນະຜູ້ແທນ AIPA-45, ປະທານສະພາແຫ່ງຊາດລາວ, ປະທານ AIPA-45 ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ AIPA ໃນຖານະເປັນເວທີປາໄສແລກປ່ຽນທິດທາງຍຸດທະສາດເພື່ອບັນລຸບັນດາເປົ້າໝາຍຮ່ວມຂອງ AIPA ແລະ ອາຊຽນ. ປະທານສະພາແຫ່ງຊາດລາວ ແລະ ປະທານ AIPA-45 ຮຽກຮ້ອງໃຫ້ AIPA ແລະ ອາຊຽນ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ, ຮັບໃຊ້ຜົນປະໂຫຍດອັນແທດຈິງຂອງປະຊາຊົນ.

 ກ່າວຄຳເຫັນທີ່ພິທີເປີດ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຫົວຂໍ້ຂອງ AIPA-45 ມີຄວາມໝາຍສຳຄັນໃນຄວາມມານະພະຍາຍາມລວມຂອງອາຊຽນ ໃນການຮັບຮູ້ວິໄສທັດປະຊາຄົມອາຊຽນ 2025, ຢືນຢັນບົດບາດຂອງ AIPA ໃນຖານະທີ່ເປັນອົງການນິຕິບັນຍັດ ສິດແລະຜົນປະໂຫຍດຂອງປະຊາຊົນອາຊຽນ

 ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ໄດ້ສົ່ງສານເຖິງກອງປະຊຸມໃຫຍ່ AIPA-45. ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມໃຫຍ່ຄັ້ງນີ້ ເພື່ອແນໃສ່ຊຸກຍູ້ “ບົດບາດຂອງລັດຖະສະພາໃນການເພີ່ມທະວີການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ”. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊົມເຊີຍບັນດາການປະກອບສ່ວນອັນສຳຄັນຂອງ AIPA ໃນໄລຍະ 50 ປີຜ່ານມາ ເປັນອົງການນິຕິບັນຍັດ ແລະ ຊີ້ນຳ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ສາມັກຄີ,  ສັນຕິພາບ, ການຮ່ວມມື, ພັດທະນາ, ວັດທະນາຖາວອນ, ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ ຄປະຊາຊົນທຸກໆຄົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top