• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ

      ຕອນເຊົ້າວັນທີ 15 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ (ADSOM) ໄດ້ໄຂຂຶ້ນຢູ່ຮ່າໂນ້ຍພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM ຫວຽດນາມ.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນທາງອອນລາຍ (ພາບ: TTXVN)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນຈີວິງ, ຫົວໜ້າ ADSOM ຫວຽດນາມ ເນັ້ນໜັກວ່າ ໂລກລະບາດ Covid – 19 ພວມກາຍເປັນສີ່ງກີດຂວາງທີ່ໃຫຍ່ຫຼວງໃນທົ່ວໂລກ, ມັນກໍ່ຜົນສະທ້ອນອັນໜັກໜ່ວງເຖິງບັນດາປະເທດອາຊຽນເວົ້າລວມກໍ່ຄືບັນດາໂຄງການອາຊຽນ 2020 ເວົ້າສະເພາະ. ທ່ານພົນໂທຫງວຽນຈີວິງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ບັນດາປະເທດອາຊຽນຈະຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປໂດຍໄວ, ບໍ່ປະໃຫ້ເຊື້ອໄວຣັດ SARS – CoV – 2 ກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ ແລະ ການພັດທະນາຂອງບັນດາປະເທດອາຊຽນ.
            ຕີລາຄາສູງໝາກຜົນຂອງກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດອາຊຽນ ທີ່ໄດ້ດຳເນີນໃນວັນທີ 12 ພຶດສະພາ ຜ່ານມາ, ທ່ານຫົວໜ້າ ADSOM ຫວຽດນາມໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືສອງເນື້ອໃນຫຼັກບົນພື້ນຖານຄວາມຕັດສິນໃຈຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດກໍ່ຄືໝາກຜົນຂອງການເຮັດວຽກຂອງກຸ່ມຄື: ຫວນຄືນການຮ່ວມມື ຮ່ວມແຮງຮ່ວມໃຈຕ້ານໂລກລະບາດ Covid – 19 ຢູ່ພາກພື້ນອາຊຽນໃນຊ່ອງທາງປ້ອງກັນຊາດ, ແບ່ງປັນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງຢູ່ພາກພື້ນໃນໄລຍະຜ່ານມາ, ແລກປ່ຽນບັນດາວຽກງານຕໍ່ໄປເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນໃນປີ 2020 ໄດ້ດຳເນີນໄປຢ່າງຈົບງາມ, ນຳເອົາປະສິດທິຜົນອັນແທດຈິງມາໃຫ້ບັນດາປະເທດທັງໝົດ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top