• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ ຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ XIII

      ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ກໍລະກົດ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໂດຍທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ປະທານປະເທດ ຫງວຽນຊວັນຟຸກບໍລິຫານວາລະໄຂກອງປະຊຸມ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈອງກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)
      ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ປຶກສາຫາລື, ຕັດສິນບາງບັນຫາສຳຄັນຄື: ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025, ພິຈາລະນາ, ປະກາດໃຊ້ລະບຽບການເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາສູນກາງພັກ ແລະ ລະບຽບການ ເຮັດວຽກຂອງ ຄະນະກຳມະການສູນກາງພັກ, ຂໍ້ກຳນົດປະຕິບັດກົດລະບຽບຂອງພັກ ແລະ ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງ ພັກ ອາຍຸການຊຸດທີ XIII. ຄະນະບໍລິຫານງານສູນກາງໄດ້ພິຈາລະນາ ກ່ຽວກັບການສືບຕໍ່ບູລະນະບຸກຄະລາກອນບັນດາຕຳແໜ່ງການນຳ ຂອງບັນດາອົງການແຫ່ງລັດອາຍຸການສະພາແຫ່ງຊາດຊຸດທີ XV ເພື່ອໃຫ້ສະພາແຫ່ງຊາດຄັດເລືອກ ຫຼືໃຫ້ສັດຕະຍາບັນຢູ່ກອງປະຊຸມປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ແລະ ບາງບັນຫາສຳຄັນອື່ນໆ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈອງ ໃຫ້ຮູ້ວ່າ:
        ຕ້ອງເຊື່ອມຊືມຢ່າງຖືກຕ້ອງ, ຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍໃຫຍ່ຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກ່ຽວກັບການບູລະນະລະບອບລະບຽບການພັດທະນາຢ່າງຄົບຊຸດ, ກ່ອນອື່ນໝົດ ແມ່ນລະບອບລະບຽບການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ. ພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມໂດຍໄວ ແລະ ຍືນຍົງ; ປັດປຸງ, ເພີ່ມທະວີການຮັກສາເສດຖະກິດມະຫາພາກທີ່ເປັນປົກກະຕິ, ຍົກສູງກຳລັງພາຍໃນ, ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ, ການເຕີບໂຕເສດຖະກິດ ທີ່ຕິດພັນກັບການພັດທະນາສັງຄົມ, ສ້າງສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງ ຂອງຊາວຫວຽດນາມ.  ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ຮັບປະກັນລັກສະນະດີທີ່ສຸດ ຂອງລະບົບສັງຄົມນິຍົມຢູ່ ຫວຽດນາມ.
            ຕາມລາຍການແລ້ວ, ກອງປະຊຸມຈະດຳເນີນຮອດວັນທີ 9 ກໍລະກົດ 2021.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top