• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດພະນັກງານກຳມະກອນລັດຖະກອນຜູ້ອອກແຮງງານ

      ໃນຕອນເຊົ້າວັນທີ 28 ກັນຍາຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ພະນັກງານກຳມະກອນລັດຖະກອນຜູ້ອອກແຮງງານທົ່ວປະເທດ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ 463 ທ່ານ. 

(ພາບປະກອບ: VOV)
      ໃນນັ້ນມີ 450 ໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຄັດເລືອກ, ສະເໜີຈາກກອງປະຊຸມໃຫຍ່, ກອງປະຊຸມແບບຢ່າງທີ່ກ້າວໜ້າບັນດາສະຫະພັນແຮງງານແຂວງ, ນະຄອນ, ກຳມະບານຂະແໜງສູນກາງພັກ ແລະ ທຽບເທົ່າ. ຫຼາຍຄົນໄດ້ຕັ້ງຄວາມຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະແກ້ໄຂບັນດາຄວາມຫຍຸ້ງຍາກໃນການໜູນຊ່ວຍຜູ້ອອກແຮງງານທີ່ຖຶກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ໃນປະຈຸບັນ ແລະ ໃນຈຸດເວລາບັນດາສັນຍາການຄ້າເສລີລຸ້ນໃໝ່ (CPTPP, EVFTA) ໄດ້ລົງນາມເຊິ່ງມີຜົນສະທ້ອນ ແລະ ຜົນກະທົບທີ່ສຳຄັນ ເຖິງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ. ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດພະນັກງານກຳມະກອນລັດຖະກອນຜູ້ອອກແຮງງານຈະຍ້ອງຍໍສັນລະເສີນແບບຢ່າງກ້າວໜ້າດີເດັ່ນທີ່ສຸດ 10 ຄົນ ແລະ ເລືອກເອົາຜູ້ຕາງໜ້າໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນແບບຢ່າງດີເດັ່ນ 15 ຄົນໄປເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນທົ່ວປະເທດຄັ້ງທີ X.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top